ການຊ່ວຍເຫລືອຂອງລັດຖະບານເຢຍລະມັນ ຄັ້ງນີ້, ແມ່ນແນໃສ່ຍົກສູງການປຶກສາຫາລື ແລະການຮ່ວມມືໃນການວາງແຜນ ແລະຄຸ້ມຄອງຊັບພະຍາກອນນໍ້າຂ້າມຊາຍແດນໃນບັນດາປະເທດແມ່ນໍ້າຂອງຕອນລຸ່ມ, ເປັນສະມາຊິກຂອງ ຄມສ ມີ ກໍາປູເຈຍ, ລາວ, ໄທ ແລະຫວຽດນາມ, ເຊິ່ງຄາດວ່າສັນຍາການສະໜອງທຶນສະບັບນີ້ຈະໄດ້ເຊັນຮ່ວມກັນລະຫວ່າງເຢຍລະມັນ ແລະ ຄມສ ໃນທ້າຍປີນີ້.

leftcenterrightdel
ພາບປະກອບຄັດຈາກ Nat Geo.

ອີງຕາມຂໍ້ມູນຈາກກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນລະບຸວ່າ: ທຶນດັ່ງກ່າວ,ຈະດໍາເນີນໄປເປັນເວລາ 3 ປີ ນັບແຕ່ເດືອນມັງກອນ 2019 ຫາເດືອນທັນວາ 2022. ການຊ່ວຍເຫລືອດັ່ງກ່າວແມ່ນຈະໄດ້ຖືກຈັດຕັ້ງປະຕິບັດໂດຍຜ່ານອົງການຮ່ວມມືວິຊາການຂອງເຢຍລະມັນ (GIZ)D.

ທ່ານ ຟາມຕວນຟານ ຫົວໜ້າກອງເລຂາ ຄມສ ກ່າວວ່າ: ການປະກອບສ່ວນທີ່ຕໍ່ເນື່ອງຂອງເຢຍລະມັນ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບ ຄມສ ເພື່ອປັບປຸງການວາງແຜນ ແລະຄຸ້ມຄອງອ່າງແມ່ນໍ້າແບບປະສົມປະສານ ແລະເຊື່ອມສານໃນເວລາທີ່ອ່າງແມ່ນໍ້າຂອງຕອນລຸ່ມປະເຊີນກັບການພັດທະນາ ແລະການປ່ຽນແປງທີ່ໄວວາ.

ທຶນສ່ວນໃຫຍ່ແມ່ນຈະສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຮ່ວມມືຂ້າມຊາຍແດນລະຫວ່າງ ສປປ ລາວ ກັບກຳປູເຈຍ ແລະກຳປູເຈຍ ກັບ ໄທ. ໂຄງການເຫລົ່ານີ້ແມ່ນກຳລັງຢູ່ໃນໄລຍະທົດລອງເຊິ່ງຈະສຳເລັດລົງໃນທ້າຍປີນີ້ ແລະໄດ້ຮັບການສະໜັບສະໜູນໂດຍເຢຍລະມັນ ໂດຍຜ່ານກົນໄກການໃຫ້ທຶນໃນລັກສະນະດຽວກັນ.

ຄາດວ່າການຮ່ວມມືລະຫວ່າງເຢຍລະມັນ ແລະ ຄມສ ຈະເປັນແບບຂອງການຮ່ວມມືສອງຝ່າຍລະຫວ່າງປະເທດໃນອ່າງແມ່ນໍ້າຂອງໃນການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ, ໂດຍຜ່ານການຮ່ວມມືລະຫວ່າງ 2 ພາກສ່ວນດັ່ງກ່າວ ຄື ເຢຍລະມັນ ແລະ ຄມສ.

ທ່ານ ເບີຣທຣອງ ມີເນຍ ຫົວໜ້າແຜນງານການຮ່ວມມື ຄມສ-GIZ ກ່າວວ່າ: ການຊ່ວຍເຫລືອທາງດ້ານການເງິນຂອງພວກເຮົາໃນວັນນີ້ຈະສະໜັບສະໜູນເພີ່ມເຕີມຕໍ່ຄວາມພະຍາຍາມລວມຂອງ ຄມສ ໃນການຮັບປະກັນໃຫ້ມີການປຶກສາຫາລື ແລະການຮ່ວມມືທີ່ເຂັ້ມແຂງ ແລະຕໍ່ເນື່ອງລະຫວ່າງປະເທດສະມາຊິກ ແລະປົກປັກຮັກສາຄຸ້ມຄອງຊັບພະຍາກອນນໍ້າໃນແມ່ນໍ້າຂອງຢ່າງທັນການ ແລະໃຫ້ມີຄວາມຍືນຍົງ.

ເຢຍລະມັນໄດ້ໃຫ້ການສະໜັບສະໜູນທຶນແກ່ ຄມສ ແຕ່ປີ 2003, ໂດຍໄດ້ໃຫ້ທຶນປະມານ 31 ລ້ານເອີໂຣ ຫລືປະມານ 36 ລ້ານໂດລາສະຫະລັດ. ໃນ 15 ປີຜ່ານມາ, ການສະໜັບສະໜູນຂອງ ເຢຍລະມັນໄດ້ຊ່ວຍໃຫ້ ຄມສ ສາມາດຈັດຕັ້ງປະຕິບັດ ກິດຈະກຳຍຸດທະສາດຈຳນວນຫລວງຫລາຍລວມທັງການປະຕິຮູບດ້ານສະຖາບັນ, ການພັດທະນາພະລັງງານນໍ້າແບບຍືນຍົງ, ການຄຸ້ມຄອງຊັບພະຍາກອນນ້ຳແບບປະສົບປະສານ, ການຫລຸດຜ່ອນຜົນກະທົບຈາກນໍ້າຖ້ວມ ແລະການປ່ຽນແປງດິນຟ້າອາກາດ.

ເນື້ອໃນ: ຂປລ