leftcenterrightdel
ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ ລັດເຊຍ ແລະທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ. ພາບ: The Hindu.

ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 3 ຕຸລາ​, ທ່ານ ວາ​ລາ​ດີ​ເມຍ ປູ​ຕິນ, ປະທານາທິບໍດີ ຣັດ​ເຊ​ຍ ຈະ​ເຂົ້າຮ່ວມເປັນ​ສັກ​ຂີ​ພິຍານ​ການ​ລົງ​ນາມໃນ​ຂໍ້​ຕົກລົງ​ການຊື້-ຂາຍ ​ລະບົບ​ປ້ອງ​ກັນທາງ​ອາກາດ ເອສ-400 ​ໃຫ້​ອິນ​ເດຍ ມູນ​ຄ່າ 5 ຕື້​ໂດ​ລາສະຫະລັດ ​ໃນ​ໂອກ​າດ​ທີ່​ເດ​ີນທາງມາ​ຢ້ຽມຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການເພື່ອ​ເປັນ​ການ​ສະໜັບສະໜູນເພີ່ມ​ຂີດ​ຄວາມ​ສາມາດດ້ານ​ຄວາມ​ໝັ້ນຄົງ​ໃຫ້​ກັບ​ອິນ​ເດຍ ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ.

ເນື້ອໃນ: ຂປລ