ທ່ານ Nebenzia  ເນັ້ນໜັກວ່າ, ບັນດາກິລິຍາທ່າທາງຫວ່າງມໍ່ໆມານີ້ຂອງ ອາເມລິກາ ຄືການຮັບຮອງເອົາ Jerusalem  ແມ່ນນະຄອນຫຼວງຂອງ ອິດສະຣາແອັນ, ປິດປະຕູຫ້ອງການຕາງໜ້າຂອງອົງການປົດປ່ອຍ ປາແລັດຕິນ ຢູ່ ວໍຊິງຕັນ D.C, ຫັກງົບປະມານທີ່ຈັດແບ່ງໃຫ້ອົງການສະຫະປະຊາຊາດຊ່ວຍເຫຼືອຄົນລີ້ໄພ ປາແລັດສຕິນ... ທັງໝົດເຫຼົ່ານັ້ນ, ໄດ້ກໍ່ຜົນເສຍຫາຍຕໍ່ຄວາມມານະພະຍາຍາມໃນການຊອກຫາມາດຕະການຮອບດ້ານໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດຕິນ.

leftcenterrightdel
ທ່ານ Vasily Nebenzia  ເອກອັກຄະລັດຖະທູດລັດເຊຍ ປະຈໍາ ສະຫະປະຊາຊາດ (ພາບ:AP)

ທ່ານ ເອກອັກຄະລັດຖະທູດລັດເຊຍ ກໍໄດ້ຮຽກຮ້ອງໃຫ້ເຊື່ອມຕໍ່ຄືນການຮ່ວມມືສາກົນໃນຂອບເຂດຂອງກຸ່ມ 4 ປະເທດ ຕາເວັນອອກກາງຄືນໃໝ່ (ເຊິ່ງລວມມີ ສະຫະປະຊາຊາດ, ລັດເຊຍ, ອາເມລິກາ, ສະຫະພາບ ເອີຣົບ).

ຄັດຈາກ: vovworld.vn