ວັນທີ 17 ກັນຍາ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງຍັກໃຫຍ່ເສດຖະກິດໂລກ, ປະທານາທິບໍດີ ອາເມລິກາ Donald Trump ປະກາດຂື້ນອັດຕາພາສີອີກ 10% ສຳລັບສິນຄ້ານຳເຂົ້າຈາກປະເທດຈີນ ທີ່ມີມູນຄ່າເຖິງ 200 ຕື້ USD ເລີ່ມຕັ້ງແຕ່ວັນທີ 24 ກັນຍາເປັນຕົ້ນໄປ ແລະຈະເພີ່ມຂື້ນຮອດ 25% ໃນຕົ້ນປີ 2019. ອີງຕາມການແຈ້ງການຂອງທຳນຽບຂາວໃຫ້ຮູ້ວ່າ: ຂໍ້ຕົກລົງສະບັບນີ້ຂອງລັດຖະບານອາເມລິກາ ໄດ້ຍົກໃຫ້ເຫັນໂດຍອີງໃສ່ຜົນຂອງການສຳຫຼວດທີ່ສະແດງໃຫ້ເຫັນວ່າ: ຈີນ ໄດ້ມີບັນດານະໂຍບາຍ ກໍ່ຄືການເຄື່ອນໄຫວບໍ່ຍຸຕິທຳກ່ຽວຂ້ອງເຖິງຊັບສິນທາງປັນຍາ ແລະເຕັກໂນໂລຊີຂອງອາເມລິກາ. ທ່ານປະທານາທິບໍດີ Donald Trump ກໍ່ກ່າວເຕືອນວ່າ: ຖ້າຫາກ ຈີນ ມີພຶດຕິກຳໂຕ້ຕອບທີ່ແນໃສ່ກຳມະກອນ ແລະບັນດາຂະແໜງອຸດສາຫະກຳອື່ນໆຂອງອາເມລິກາ, ອາເມລິກາ ຈະດຳເນີນໄລຍະ 3 ໃນເພີ່ມອັດຕາພາສີສຳລັບສິນຄ້ານຳເຂົ້າຈາກປະເທດຈີນ ອາດມີມູນຄ່າເຖິງ 267 ຕື້ USD ໃນທັນທີ.

leftcenterrightdel
ສົງຄາມການຄ້າລະຫວ່າງ ອາເມລິກາ ແລະຈີນ ເພີ່ມທະວີຄວາມຮຸນແຮງຂື້ນສັກໄຊ້.

ກ່ອນໜ້ານີ້, ໃນວັນທີ 16 ກັນຍາ, ເຈົ້າໜ້າທີ່ຈີນ ທ່ານໜຶ່ງໃຫ້ຮູ້ວ່າ: ລັດຖະບານຈີນ ອາດຈະປະຕິເສດເຂົ້າຮ່ວມການເຈລະຈາດ້ານການຄ້າໃໝ່ກັບອາເມລິກາ ເຊິ່ງຄາດວ່າຈະດຳເນີນໃນທ້າຍເດືອນກັນຍານີ້ ຖ້າຫາກອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສືບຕໍ່ຈັດວາງອັດຕາພາສີເພີ່ມເຕີມສຳລັບບັນດາປະເພດສິນຄ້າຂອງຈີນ.

ໂດຍ: ຍສໝ