ທ່ານສົມເດັດຮຸນເຊນ ໄດ້ກ່າວວ່າ: ເປັນການແຈ້ງຂ່າວຢ່າງຊັດເຈນຕໍ່ປະຊາຊົນຂອງສອງປະເທດເພື່ອເປັນຫລັກຖານອັນໜຶ່ງໃຫ້ແກ່ປະຊາຊົນກໍ່ຄືທະຫານກອງທັບສາມາດປະຕິບັດ. ເທື່ອນີ້ເປັນຄັ້ງທີສາມ, ທີ່ລາວ ແລະກຳປູເຈຍ ໄດ້ຮ່ວມຖະແຫລງການຮ່ວມມີຢູ່ນະຄອນຫລວງວຽງຈັນ, ພະນົມເປັນ ແລະຮ່າໂນ້ຍ. ຂ້າພະເຈົ້າຖືໂອກາດນີ້ ເພື່ອຊີ້ແຈ້ງກ່ຽວກັບເຂດຫ້ວຍຕະເງົ້າເຊິ່ງພວກເຮົາຖືວ່າເປັນເຂດທີ່ຍັງບໍ່ທັນແກ້ໄຂ, ໃນນັ້ນພວກເຮົາມີເງື່ອນໄຂສາມຢ່າງກ່ຽວກັບເຂດທີ່ຍັງບໍ່ທັນແກ້ໄຂນີ້ຄື: ອັນທີໜຶ່ງບໍ່ໃຫ້ມີກອງທັບທະຫານ, ສອງບໍ່ໃຫ້ມີປະຊາຊົນຢູ່ທີ່ນັ້ນ, ສາມຕ້ອງລາດຕະເວນຮ່ວມກັນ. ການລາດຕະເວນຮ່ວມກັນ, ພວກເຮົາສາມາດເດີນທາງທາງບົກ ແລະໃຊ້ໂດຣນໄດ້; ການລາດຕະເວນທາງບົກກໍຕ້ອງຮ່ວມກັນ, ການໃຊ້ໂດຣນກໍຕ້ອງໃຊ້ຮ່ວມກັນ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະທ່ານສົມເດັດ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ. ພາບ: ຂປລ.

ກ່ຽວກັບການຖອນທະຫານຂອງຝ່າຍກຳປູເຈຍ, ຂ້າພະເຈົ້າໄດ້ລົມກັນກັບນາຍົກລັດຖະມົນຂອງລາວແລ້ວວ່າຂ້າພະເຈົ້າໄດ້ສັ່ງໃຫ້ທະຫານກຳປູເຈຍ ຖອນກຳລັງອອກຈາກເຂດຫ້ວຍຕະເງົ້ານັບແຕ່ດຽວນີ້ຈົນຮອດ 5 ໂມງແລງມື້ອື່ນ ແລະກຳລັງນີ້ເຄີຍລາດຕະເວນແຕ່ຝ່າຍດຽວ, ດຽວນີ້ໃຫ້ຖອນກຳລັງທະຫານອອກຈາກເຂດດັ່ງກ່າວໃຫ້ໝົດ. ສິ່ງໃໝ່ໆທີ່ພວກເຮົາສ້າງຂຶ້ນແມ່ນເພື່ອຄວາມໄວ້ເນື້ອເຊື່ອໃຈຮ່ວມກັນ, ພວກເຮົາຕົກລົງໃຫ້ມີການລາດຕະເວນຮ່ວມສອງປະເທດ, ແຕ່ກ່ອນຕ່າງຝ່າຍຕ່າງລາດຕະເວນຂອງໃຜຂອງລາວ, ຝ່າຍທະຫານກຳປູເຈຍ ກໍລາດຕະເວນຢູ່ທາງເບື້ອງກຳປູເຈຍ, ຝ່າຍລາວ ກໍລາດຕະເວນຢູ່ເບື້ອງຂອງລາວ. ປະຈຸບັນນີ້ພວກເຮົາຕ້ອງມີການລາດຕະເວນຮ່ວມກັນ. ກ່ຽວກັບເລື່ອງການແກ້ໄຂບັນຫາແຜນທີ່, ນາຍົກລັດຖະມົນຕີຂອງສອງປະເທດກໍໄດ້ຕົກລົງກັນແລ້ວໃຫ້ປະເທດຝຣັ່ງຊ່ວຍສົ່ງແຜນທີ່ມາໃຫ້ພວກເຮົາເປັນຜູ້ຖ່າຍທອດ. ເວົ້າລວມເຂດຫ້ວຍຕະເງົ້າຕິດກັບຊາຍແດນຫ້ວຍອາໄລໄປຮອດຊາຍແດນລາວ ເປັນເຂດທີ່ພວກເຮົາຍັງບໍ່ທັນໄດ້ແກ້ໄຂ, ເປັນຈຸດຄົງຄ້າງ ແລະເຂດດັ່ງກ່າວຕ້ອງໄດ້ຢັ້ງຢືນວ່າຢູ່ໃນສາມເງື່ອນໄຂຂອງພວກເຮົາທັງສອງຝ່າຍທີ່ໄດ້ເວົ້າມາຄື: ໜຶ່ງບໍ່ໃຫ້ມີກຳລັງທະຫານ, ສອງບໍ່ໃຫ້ປະຊາຊົນເຂົ້າມາດຳເນີນທຸລະກິດ ຫລື ທຳມາຫາກິນ ແລະສາມຖ້າຫາກວ່າຢາກລາດຕະເວນກໍ່ຕ້ອງມີການລາດ ຕະເວນຮ່ວມກັນ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວກໍ່ໄດ້ກ່າວ: ການພົບປະຂອງສອງນາຍົກໃນຄັ້ງນີ້ໄດ້ຕົກລົງບັນຫາສຳຄັນຄືກັນກັບນາຍົກຮຸນເຊນໄດ້ສະເໜີໄປແລ້ວນັ້ນ, ພວກເຮົາຢືນຢັນວ່າເຂດນີ້ຍັງເປັນເຂດຄົງຄ້າງມິດຕະພາບທີ່ສອງລັດຖະບານໄດ້ຕົກລົງກັນມານັ້ນແຕ່ຂ້າພະເຈົ້າຄິດວ່າການຕົກລົງໃນມື້ນີ້ເປັນການຕົກລົງທີ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ສອງປະເທດກໍຄືສ້າງຄວາມອຸ່ນໃຈໃຫ້ແກ່ປະຊາຊົນທັງສອງປະເທດ. ສາມຫລັກການທີ່ທ່ານສົມເດັດຮຸນເຊນ ໄດ້ສະເໜີມານັ້ນພວກເຮົາສອງຝ່າຍຈະພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ແລະ ເວລາດຽວກັນນັ້ນກໍເຫັນດີກັບທ່ານສົມເດັດຮຸນເຊນ, ສອງກະຊວງການຕ່າງປະເທດຕ້ອງສະເໜີໄວໄປໃຫ້ປະເທດຝຣັ່ງ ເພື່ອໃຫ້ສົ່ງແຜນທີ່ມາໃຫ້ພວກເຮົາເພື່ອສືບຕໍ່ສຶກສາ; ໃຫ້ສອງຄະນະກຳມະການຊາຍແດນທີ່ຖືກແຕ່ງຕັ້ງນັ້ນສືບຕໍ່ລົງໄປສະຖານທີ່ເພື່ອໃຫ້ສຶກສາຄົ້ນຄວ້າ, ຖ້າຫາກວ່າບ່ອນໃດມີການລະເມີດ, ສອງຄະນະກຳມະການຊາຍແດນພ້ອມກັນແກ້ໄຂໂລດ ເພື່ອບໍ່ໃຫ້ເລື່ອງມັນບານປາຍອອກໄປ. ຂ້າພະເຈົ້າຄິດວ່າສອງນາຍົກພວກເຮົາໄດ້ລົງກັນແລ້ວຈະໄດ້ສືບຕໍ່ຊີ້ນຳຢ່າງໃກ້ຊິດ ເພື່ອເຮັດໃຫ້ການແກ້ໄຂບັນຫາຊາຍແດນກ້າວໄປຕາມບາດກ້າວທີ່ພວກເຮົາໄດ້ເຄີຍຕົກລົງກັນຂ້າພະເຈົ້າຄິດວ່າການຕົກລົງຄັ້ງນີ້ເປັນການສ້າງຄວາມໄວ້ເນື້ອເຊື່ອໃຈ, ສືບຕໍ່ເຮັດໃຫ້ສອງລັດຖະບານຮ່ວມມືກັນສ້າງໃຫ້ຊາຍແດນເປັນຊາຍແດນສັນຕິພາບ-ການຮ່ວມມື, ພວກເຮົາຍັງຕົກລົງກັນວ່າສອງຄະນະກຳມະການຮ່ວມມືຊາຍແດນຂອງລາວ-ກຳປູເຈຍ ຄວນພົບປະຫາລືກັນໄວເພື່ອປຶກສາຫາລືກັນໃນຫລາຍດ້ານໃນຕໍ່ໄປຜັນຂະຫຍາຍການຕົກລົງຂອງຂ້າພະເຈົ້າ ແລະທ່ານສົມເດັດຮຸນເຊນ ທີ່ໄດ້ຕົກລົງກັນໃນເວລາທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມຢ່າງເປັນທາງການນັ້ນໃຫ້ເກີດໝາກເກີດຜົນ.

 

ເນື້ອໃນ: ຂປລ