ຕາມນັ້ນແລ້ວ, ກົງຈັກການນໍາສະພາແຫ່ງຊາດກໍາປູເຈຍ ຊຸດທີ VI ລວມມີ: ທ່ານ Heng Samrin ດໍາລົງຕໍາແໜ່ງເປັນປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ 2 ທ່ານ ແລະປະທານກໍາມາທິການຂອງສະພາແຫ່ງຊາດ 10  ທ່ານ. ສະມາຊິກລັດຖະບານແຫ່ງລາຊະອານາຈັກກໍາປູເຈຍ ອາຍຸການ 2018 - 2023 ລວມມີ: ທ່ານນາຍົກລັດຖະມົນຕີ Hun Sen ແລະຮອງນາຍົກລັດຖະມົນຕີ 10 ທ່ານ, ລັດຖະມົນຕີຂັ້ນສູງ 17 ທ່ານ ແລະລັດຖະມົນຕີ 29 ທ່ານ.

leftcenterrightdel
ເຈົ້າຊີວິດ Norodom Sihamoni ຖ່າຍຮູບກັບບັນດາສະມາຊິກສະພາແຫ່ງຊາດກໍາປູເຈຍ ຊຸດທີ VI. ພາບ: Freshnew.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ Hun Sen ແລະຄະນະລັດຖະບານຊຸດໃໝ່ຈະດໍາເນີນການປະຕິຍານຕົນຮັບດໍາລົງຕໍາແໜ່ງຕໍ່ເຈົ້າຊີວິດ Norodom Sihamoni ຢູ່ພະລາຊະວັງ.

ໂດຍ: ຫງວຽນກຸກ