ກ່າວຄຳເຫັນທີ່ອະນຸສາວະລີ, ທ່ານ José Prieto Cintado ຮອງປະທານ ICAP ໄດ້ຫວນຄືນການຢ້ຽມຢາມປະເທດບ້ານເກີດເມືອງນອນຂອງປະທານ ໂຮ່ຈິມິນ ຄັ້ງທຳອິດຂອງຜູ້ນຳ Fidel.

leftcenterrightdel
ຜູ້ນຳ ກູບາ Fidel Castro ພົບປະກັບບັນດານັກຮົບໃນຄະນະ ແຄແຊງ ທະຫານປົດປ່ອຍ ຈິ້ທຽນ - ເຫວ້. ພາບ: ເອກະສານສຳນັກຂ່າວສານຫວຽດນາມ.

ອວຍພອນບັນດາຜົນງານພັດທະນາປະເທດຂອງພັກ ແລະປະຊາຊົນຫວຽດນາມ, ທ່ານ José Prieto Cintado ຮອງປະທານ ICAP ຢືນຢັນວ່າບັນດາການເຄື່ອນໄຫວ, ຖະແຫຼງການອະມະຕະຂອງຜູ້ນຳ Fidel ກ່ຽວກັບນ້ຳໃຈສາມັກຄີກັບ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າໃນປະຫວັດສາດການພົວພັນສອງປະເທດ ແລະແມ່ນສັນຍາລັກທີ່ມີຊີວິດຊີວາກ່ຽວກັບຄຸນນະທາດ, ເຈດຈຳນົງ ແລະຄວາມສຸດອົກສຸດໃຈໃນການປະຕິວັດຂອງທ່ານ Fidel, ເປັນແບບຢ່າງໃຫ້ລຸ້ນຊາວໜຸ່ມ ກູບາ ໃນປັດຈຸບັນ.

ຄາດຄະເນວ່າການເຄື່ອນໄຫວສະເຫຼີມສະຫຼອງຈະໄດ້ດຳເນີນຢູ່ເກືອບທຸກແຂວງຂອງ ກູບາ ແລະພິທີຢ່າງເປັນທາງການຈະຈັດຕັ້ງໃນວັນທີ 12 ກັນຍາ.

 

ໂດຍ: ທູຮັ່ງ