ເຫດເກີດຂຶ້ນໃນເວລາ 7 ໂມງ 55 ນາທີ ຕອນເຊົ້າຢູ່ໃກ້ຖານທີ່ໝັ້ນການທະຫານຂອງກອງພົນໃຫຍ່ 209 ຢູ່ແຂວງ Balkh. ຍົນເອລີກົບແຕຕົກຢູ່ ແລະລຸກໄໝ້ເປັນໄຟພາຍຫຼັງບິນຂຶ້ນຈາກຖານທີ່ໝັ້ນດັ່ງກ່າວ.

ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າຍົນເອລີກົບແຕນີ້ມີຜູ້ໂດຍສານ 10 ຄົນ, ໃນນັ້ນຢ່າງໜ້ອຍສຸດແມ່ນມີ 3 ຄົນໄດ້ກູ້ເອົາຊີວິດ, ລວມທັງນັກບິນ.

leftcenterrightdel
ພາບປະກອບຈາກ:  indiatvnews.com.

ສໍານັກຂ່າວສານ Khaama Press ໃຫ້ຂ່າວວ່າຍົນເອລີກົບແຕທີ່ປະສົບເຄາະຮ້າຍລຳດັ່ງກ່າວນັ້ນແມ່ນເປັນຂອງບໍລິສັດຕ່າງປະເທດ, ເຊິ່ງພວມຢູ່ໃນໄລຍະທາງບິນໄປຍັງ ແຂວງ Faryab. ປັດຈຸບັນ, ອົງການທີ່ກ່ຽວຂ້ອງພວມດໍາເນີນການສືບສວນຊອກຫາສາຍເຫດ, ໃນຂະນະທີ່ມີເຈົ້າໜ້າທີ່ບາງທ່ານຖືວ່າຍົນເອລີກົບແຕຖືກຕົກນັ້ນແມ່ນຍ້ອນມີຂໍ້ຕິດຂັດທາງດ້ານເຕັກນິກ.

ໂດຍ:  ທູຈາງ