ທ່ານ ໄມ​ຕ​ຣີ ຈົງ​ໄກ​ຣ​ຈັກ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ດີ​ໃຈທີ່​ໄດ້​ມາ​ປະ​ກອບ​ສ່ວນ​ຊ່ວຍ​ເຫລືອຜູ້​ປະ​ສົບ​ໄພ​ພິ​ບັດ​ນ້ຳ​ຖ້ວມໃນ​ເຫດ​ການ​ເຂື່ອນ​ໄຟ​ຟ້າເຊ​ປຽນ-ເຊ​ນ້ຳ​ນ້ອຍ​ຢູ່​ພາກ​ໃຕ້​ຂອງ​ລາວ ກໍ​ຄື​ເມືອງ​ສະ​ໜາມ​ໄຊເຊິ່ງ​ໄດ້​ສູນ​ເສຍທັງ​ຊັບ​ສິນ ແລະຊີ​ວິດ​ຂອງ​ປະ​ຊາ​ຊົນ ເພາະ​ຕົນ​ເອງ​ກໍ​ເປັນ​ໜຶ່ງ​ທີ່​ໄດ້​ຮັບ​ເຄາະ​ຮ້າຍຈາກ​ໄພ​ພິ​ບັດຊຶ​ນາ​ມິເມື່ອ​ຫລາຍ​ປີ​ກ່ອນຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ໄທເຊິ່ງ​ເຮັດ​ໃຫ້​ສູນ​ຄົນ​ໃນ​ຄອບຄົວ.  ດ້ວຍ​ເຫດນັ້ນຈຶ່ງ​​ມີຈິດ​ໃຈ​ຢາກ​ໄປ​ເຫັນ ແລະໄປ​ປະ​ກອບ​ສ່ວນ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພ​ຢູ່​ລາວ  ເພື່ອ​ເປັນ​ກຳ​ລັງ​ໃຈ​ໃນ​ການ​ສູ້​ຊີ​ວິດ ແລະຂໍໃຫ້​​ຜ່ານພົ້ນ​ວິ​ກິດ​ການ​ໄພິ​ພ​ບັດ​ໃນ​ຄັ້ງ​ນີ້​ໂດຍ​ໄວ.

leftcenterrightdel
ໄທ ມອບເຄື່ອງບັນເທົາທຸກແກ່ຜູ້ປະສົບໄພນ້ຳຖ້ວມຢູ່ອັດຕະປື. ພາບ: ຂປລ.

ໃນ​ຂະ​ນະ​ທີ່ ທ່ານ ພູ​ວັນ ມະ​ນີ​ໂສດ ແລະທ່ານ ພົ​ຈ ຜາ​ລົມ ລິນ​ທອງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ການ​ຊ່ວຍ​ເຫລືອ​ອັນ​ລ້ຳຄ່າຂອງ​ເຄືອ​ຂ່າຍ​ຜູ້​ປະ​ສົບ​ໄພຊຶ​ນາ​ມິ,  ມູນ​ນິ​ທິຈາກ​ປະ​ເທດ​ໄທ ແລະລາວ ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຊ່ວຍ​ບັນ​ເທົາ​ທຸກ​ແກ່​ຜູ້​ປະ​ສົບຢູ່​ເມືອງ​ສະ​ໜາມ​ໄຊພ້ອມ​ຢືນ​ຢັນ​ຈະ​ນຳ​ເຄື່ອງ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ໄປ​ແຈກ​ຢາຍ​ໃຫ້​ເຖິງ​ມື​ປະ​ຊາ​ຊົນ.

ຂ່າວ-ພາບ: ຣາ​ຊະ​ວົງ