ໃນໄລຍະເວລາດຳລົງຕໍາແໜ່ງເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ Kofi Annan ໄດ້ຮັບຖືວ່າແມ່ນດວງດາວທີ່ໃສແຈ້ງໃນບັນດາສາຍພົວພັນສາກົນ. “ແມ່ນເພັດ” ຂອງທະວີບດໍາທີ່ໄດ້ຟື້ນຊີບ, ນຳເອົາພະລັງຊີວິດໃໝ່ມາໃຫ້ອົງການມີອໍານາດໃຫຍ່ທີ່ສຸດໃນໂລກພາຍຫຼັງສອງອາຍຸການເປັນການນໍາຂອງຕົນ. ທ່ານເປັນກຽດທີ່ໄດ້ກາຍເປັນຄົນອາຟິກາທໍາອິດເປັນເລຂາທິການໃຫຍ່ອົງການສະຫະປະຊາຊາດ. ຄຽງຂ້າງນັ້ນ, ທ່ານ Annan ຍັງໄດ້ຮັບຮອງເປັນເລຂາທິການໃຫຍ່ຜູ້ທໍາອິດທີ່ໄດ້ຮັບການເລືອກຕັ້ງຈາກຖັນແຖວພະນັກງານສະຫະປະຊາຊາດ.

leftcenterrightdel
ທ່ານອະດີດເລຂາທິການໃຫຍ່ສະຫະປະຊາຊາດ Kofi Annan ເຖິງແກ່ມໍລະນະກຳ. ພາບ: Financial Times.

ໃນໄລຍະ 10 ປີທີ່ດຳລົງຕໍາແໜ່ງເປັນຜູ້ນໍາອົງການອໍານາດໃຫຍ່ທີ່ສຸດໃນໂລກ, ທ່ານ Annan ໄດ້ຮັບການຕີລາຄາຈາກບັນດານັກໄຈ້ແຍກ, ນັກການເມືອງວ່າເປັນເລຂາທິການໃຫຍ່ທີ່ດີເດັ່ນທີ່ສຸດໃນປະຫວັດສາດສະຫະປະຊາຊາດ. ດ້ວຍການອຸທິດສ່ວນອັນໃຫຍ່ຫຼວງໃຫ້ມວນມະນຸດ, ໃນວັນທີ 10 ທັນວາ 2001, ທ່ານ Annan ແລະສະຫະປະຊາຊາດເປັນກຽດທີ່ໄດ້ຮັບລາງວັນ Nobel ສັນຕິພາບ.

 

ໂດຍ: ເກື່ອງດັ້ງ