ໜ້າທີ່ຂອງກຸ່ມແມ່ນຊີ້ນໍາ, ກວດກາຄືນ ແລະປະສານງານ “ແງ່ມູມໃນການເຄື່ອນໄຫວຂອງກະຊວງການຕ່າງປະເທດອາເມລິກາ ທີ່ກ່ຽວຂ້ອງເຖິງບັນຫາອີຣານທັງໝົດ” ແລະຈະລາຍງານໃຫ້ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຮັບຊາບເປັນປະຈໍາໄລຍະ.

leftcenterrightdel
ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ  ທີ່ການປະຊຸມຂ່າວຢູ່ Washington, DC. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ບົ່ງຕົວທ່ານ Brian Hook, ປັດຈຸບັນແມ່ນຜູ້ອໍານວຍການວາງແຜນກໍານົດນະໂຍບາຍຂອງກະຊວງການຕ່າງປະເທດອາເມລິກາ, ນໍາໜ້າ “ກຸ່ມການກະທໍາກ່ຽວກັບອີຣານ” ຮັບດໍາລົງຕໍາແໜ່ງເປັນ “ຜູ້ຕາງໜ້າພິເສດຂອງກະຊວງການຕ່າງປະເທດອາເມລິກາ ກ່ຽວກັບອີຣານ”. ທ່ານ Brian Hook ເຄີຍເປັນຫົວໜ້າຄະນະເຈລະຈາອາເມລິກາ ກັບສະຫະພັນເອີລົບ (EU) ເພື່ອແນໃສ່ດັດປັບຂໍ້ຕົກລົງນິວເຄຼຍອີຣານ, ກ່ອນທີ່ປະທານາທິບໍດີ Donald Trump ຕັດສິນຖອນອາເມລິກາ ອອກຈາກຂໍ້ຕົກລົງນີ້ໃນເດືອນພຶດສະພາຜ່ານມາ.

ໂດຍ: ທູຈາງ