ກ່າວຄໍາເຫັນທີ່ພິທີ, ທ່ານ Parvathaneni Harish ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ຢືນຢັນເຖິງສາຍພົວພັນສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງອິນເດຍ ແລະຫວຽດນາມ, ໂດຍໃຫ້ຮູ້ວ່າການຮ່ວມມືຂອງສອງຝ່າຍໃນບັນດາຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ລ້ວນແຕ່ໄດ້ຮັບການເພີ່ມທະວີ. ພິເສດແມ່ນການຮ່ວມມືດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບແມ່ນເສົາຄ້ຳທີ່ສໍາຄັນໃນການພົວພັນລະຫວ່າງສອງຝ່າຍ ແລະພວມໄດ້ດໍາເນີນຜ່ານບັນດາກົນໄກເຈລະຈາ, ບັນດາການຢ້ຽມຢາມຂອງກໍາປັ່ນທະຫານເຮືອ, ການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ອຸດສາຫະກໍາປ້ອງກັນຊາດ ແລະການເຊື່ອມຕໍ່ດ້ານເຕັກໂນໂລຢີ.

leftcenterrightdel
ທ່ານ Parvathaneni Harish ເອກອັກຄະລັດຖະທູດອິນເດຍ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: cand.com.vn.

ຊົມເຊີຍລັດຖະບານ ແລະປະຊາຊົນອິນເດຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນເອກະລາດ, ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ຈະສືບຕໍ່ພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ ຢູ່ພາກພື້ນ ແລະໃນໂລກ.

 

ໂດຍ: ເຈິ່ນຮວ່ຽນ