ເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນ,  ທີມຊ່ວຍເຫລືອດ້ານມະນຸດສະທຳປະຈຳ ສປປ ລາວ   ໄດ້ດຳເນີນວຽກງານຢູ່ 8 ກຸ່ມບຸລິມະສິດ ຄື:  ກຸ່ມວຽກງານນໍ້າສະອາດ, ສຸຂາພິບານ  ແລະສຸຂະອະນາໄມ, ສຸຂະພາບ,  ຄວາມໝັ້ນຄົງດ້ານສະບຽງອາຫານ ແລະໂພຊະນາການ,  ທີ່ພັກອາໄສ, ການປົກປ້ອງ,  ການສຶກສາ, ການຂົນສົ່ງ ແລະການຟື້ນຟູເບື້ອງຕົ້ນ.   ເພື່ອດຳເນີນ ວຽກງານການຕອບສະໜອງຕໍ່ໄພພິບັດດັ່ງກ່າວ,  ກຸ່ມເຫລົ່ານີ້ໄດ້ມີການປະສານງານ ກັບພາກສ່ວນກ່ຽວຂ້ອງລວມມີ ລັດຖະບານ,  ອົງການເຄືອຂ່າຍສປຊ,  ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ,  ຜູ້ໃຫ້ທຶນ ແລະຄູ່ຮ່ວມມືອື່ນໆ.  ອົງການສະປະຊາຊາດປະຈຳ ສປປ ລາວ  ໂດຍການປະສານງານຢ່າງໃກ້ຊິດກັບລັດຖະບານ ຈະສຶືບຕໍ່ສະໜອງອາຫານ ແລະບໍ່ແມ່ນອາຫານເປັນຕົ້ນເຄື່ອງໃຊ້ສຳລັບນໍ້າສະອາດ,  ສຸຂາພິບານ ແລະສຸຂະອະນາໄມ,  ນໍ້າກອກ, ໂປ້ມນໍ້າ, ເຕັ້ນ,  ມຸ້ງກັນຍຸງ ແລະ ອຸປະກອນການແພດໃຫ້ແກ່ປະຊາຊົນຫລາຍກວ່າ 6.000 ຄົນ  ທີ່ໄດ້ຮັບຜົນກະທົບທີ່ກໍາລັງອາໃສຢູ່ໃນແຄ້ມ.

leftcenterrightdel
ອົງການສະຫະປະຊາຊາດ ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມຢູ່ພາກໃຕ້ຂອງລາວ. ພາບ: ຂປລ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ  ໄດ້ກ່າວພາຍຫລັງໄດ້ຮັບຟັງການສະເໜີ  ແຜນໂຄງການຊ່ວຍເຫລືອສຸກເສີນ,  ໄລຍະກາງ ແລະໄລຍະຍາວຈາກ ທ່ານນາງ ຄາຮີນາ ອິມໂມເນັນ  ວ່າ: ແຜນໂຄງການດັ່ງກ່າວ,  ແມ່ນມີຄວາມສຳຄັນ ແລະຈຳເປັນທີ່ສຸດ  ແລະບັນດາຂະແໜງການຂອງລັດກໍ່ພ້ອມໃນການຮ່ວມມືຈັດຕັ້ງປະຕິບັດ ໂຄງການຕາມທີ່ສະເໜີ,  ພ້ອມຮຽກຮ້ອງໃຫ້ອົງການຈັດຕັ້ງສາກົນຕ່າງໆ ຈົ່ງໃຫ້ການຊ່ວຍເຫລືອຊອກທຶນຮອນສຸມເຂົ້າໃນການແກ້ໄຂໄພພິບັດຄັ້ງນີ້.  ດັ່ງທີ່ລັດຖະບານໄດ້ສະແດງອອກຢູ່ໃນພິທີຖະແຫລງຂ່າວເມື່ອບໍ່ດົນມານີ້, ມີ 4 ວຽກບູລິມະສິດທີ່ຍັງຕ້ອງການສະໜັບສະໜູນ ຄື:  ການຄົ້ນຫາຜູ້ສູນຫາຍ ແລະການກູ້ໄພ;  ການຟື້ນຟູຖະໜົນຫົນທາງ ແລະຂົວທີ່ຖືກເສຍຫາຍ;  ອາຫານ ແລະເຄື່ອງໃຊ້;  ອຸປະກອນ ແລະເຄື່ອງມືການແພດລວມທັງຢາກັນພະຍາດເພື່ອປ້ອງກັນການລະບາດຂອງພະຍາດ,  ລົດສຸກເສີນ ແລະການຊ່ວຍເຫລືອທາງດ້ານຈິດໃຈ.

leftcenterrightdel
ອົງການສະຫະປະຊາຊາດ ຊ່ວຍເຫລືອດ້ານນໍ້າສະອາດໃຫ້ແກ່ປະຊາຊົນຢູ່ພາກໃຕ້ຂອງລາວ. ພາບ: ຂປລ

ທ່ານນາງ ຄາຣິນາ ອິມໂມເນັນ  ຜູ້ປະສານງານອົງການຫະປະຊາຊາດ  ປະຈຳ ສປປ ລາວ ​ໄດ້​ກ່າວ​ວ່າ:  ບຸລິມະສິດຂອງອົງການສະຫະປະຊາຊາດ  ແມ່ນໃຫ້ການຊ່ວຍເຫລືອອັນຮີບດ່ວນໃນສະຖານະການສຸກເສີນເພື່ອແກ້ໄຂຄວາມຕ້ອງການຂອງປະຊາຊົນທີ່ໄດ້ຮັບຜົນກະທົບ.  ໃນຂະນະດຽວກັນກໍ່ເຮັດວຽກວາງແຜນການຮັບມືໃນໄລຍະກາງ  ແລະໄລຍະຍາວ.  ພວກເຮົາໄດ້ມີການສ້າງແຜນຕອບໂຕ້ໄພພິບັດທີ່ເນັ້ນໃສ່ຄວາມພະຍາຍາມໃນການໃຫ້ການຊ່ວຍເຫລືອທັນທີ  ແລະການຟື້ນຟູເບື້ອງຕົ້ນຂອງທີມຊ່ວຍເຫລືອມະນຸດສະທຳ  ເພື່ອໃຫ້ການຊ່ວຍເຫລືອລັດຖະບານແຫ່ງ ສປປ ລາວ  ແລະປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ພະນັກງານ ສປຊ ຈຳນວນ 30 ຄົນຈາກ 8 ອົງການກໍາລັງໃຫ້ການຊ່ວຍເຫລືອໃນເຂດທີ່ໄດ້ຮັບຜົນກະທົບ.   ທີມງານຊ່ຽວຊານຈາກສຳນັກງານໃຫຍ່  ແລະຫ້ອງການປະຈຳພາກພື້ນ  ທີ່ມີຄວາມຊຳນານໃນການປະເມີນສະຖານະການສຸກເສີນ,  ການປະເມີນເບື້ອງຕົ້ນຢ່າງຮີບດ່ວນ,  ການສະໜັບສະໜູນດ້ານການຂົນສົ່ງ,  ການສື່ສານດ້ານຄວາມສ່ຽງ,  ການຄຸ້ມຄອງການ ເຄື່ອນຍ້າຍປະຊາຊົນ,  ການປະສານງານເລື່ອງສຸຂະພາບ ແລະທີ່ພັກອາໄວຊົ່ວຄາວ ກໍ່ໄດ້ມາຮອດແລ້ວເຊັ່ນດຽວກັນ.

ພາຍຸເຊິນຕິນໄດ້ເຮັດໃຫ້ເກີດຝົນຕົກໜັກໃນ 13 ແຂວງ  ແລະນໍ້າຖ້ວມສຸຢ່າງທີ່ບໍ່ເຄີຍມີມາກ່ອນຢູ່ແຂວງອັດຕະປື ທີ່ເປັນໂສກນາດຕະກຳລະດັບຊາດທີ່ໃຫຍ່ຫລວງທີ່ສຸດໃນປະຫວັດສາດໃນຍຸກປັດຈຸບັນຂອງ  ສປປ ລາວ.

ເນື້ອໃນ: ຂປລ