“ໃນໄລຍະມໍ່ໆມານີ້, ບັນດາເຈົ້າໜ້າທີ່ອາເມລິກາ ໄດ້ເວົ້າກ່ຽວກັບພວກຂ້າພະເຈົ້າຫຼາຍຢ່າງ. ໄປຄຽງຄູ່ກັບການລົງໂທດນັ້ນ, ເຂົາເຈົ້າພວມເຕື້ອງເຖິງສົງຄາມ ແລະການເຈລະຈາ. ກ່ຽວຂ້ອງເຖິງບັນຫານີ້, ຂ້າພະເຈົ້າຂໍຖະແຫຼງຕໍ່ທຸກຄົນວ່າ: ຈະບໍ່ມີສົງຄາມ ຫຼືການເຈລະຈາກັບຝ່າຍອາເມລິກາ”, ພະຄາດີນັນ Ali Khamenei ໄດ້ຂຽນລົງໃນສື່ສັງຄົມອອນລາຍ Twitter.

leftcenterrightdel
ຜູ້ນໍາສູງສຸດອີຣານ - ທ່ານ Ayatollah Ali Khamenei. ພາບ: Reuters.

ຖະແຫຼງການດັ່ງກ່າວຖືກຍົກອອກມາໃນສະພາບທີ່ມີຂ່າວລືເກີດຂຶ້ນຫຼາຍຂ່າວກ່ຽວກັບຄວາມສາມາດຕ້ອງບັງຄັບໃຫ້ອີຣານ ກັບຄືນສູ່ໂຕະເຈລະຈາພາຍຫຼັງທີ່ອາເມລິກາ ຖອນອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ທີ່ລົງນາມເມື່ອປີ 2015 ແລະຈັດວາງບັນດາຄໍາສັ່ງລົງໂທດຄືນໃໝ່. ເຖິງວ່າເປັນເຊັ່ນນັ້ນກໍ່ຕາມ, ແຕ່ຝ່າຍອີຣານ ໄດ້ປະຕິເສດບັນດາການເຈລະຈາເຫຼົ່ານີ້ດ້ວຍເຫດຜົນທີ່ວ່າອາເມລິກາ ບໍ່ເປັນໜ້າເຊື່ອຖືພາຍຫຼັງທີ່ປະເທດນີ້ລະເມີດບັນດາຄໍາໝັ້ນສັນຍາໃນຂອບເຂດຂໍ້ຕົກລົງນິວເຄຼຍເຊິ່ງ  Tehran ໄດ້ລົງນາມກັບບັນດາປະເທດມະຫາອໍານາດ.

 

ໂດຍ: ຫງວຽນກຸກ