ຕາມ Reuters, ວັນທີ 11 ສິງຫາ, ທ່ານ Tayyip Erdogan ປະທານາທິບໍດີຕວກກີ ໃຫ້ຮູ້ວ່າ, ປະເທດນີ້ພວມກະກຽມນຳໃຊ້ສະກຸນເງິນພາຍໃນປະເທດ Lira ໃນບັນດາການເຄື່ອນໄຫວທຸລະກຳດ້ານການຄ້າກັບ ຈີນ, ລັດເຊຍ ແລະ ອູແກຣນ. ທ່ານ Erdogan ໃຫ້ຮູ້ຕື່ມອີກວ່າ, ຕວກກີ ພ້ອມແລ້ວທີ່ຈະສ້າງຕັ້ງລະບົບຄ້າຍຄືກັນກັບບັນດາປະເທດເອີລົບ ທີ່ກຳລັງຢາກຫຼຸດພົ້ນອອກຈາກແຮງກົດດັນຂອງສະກຸນເງິນສະຫະລັດ.

leftcenterrightdel
ທ່ານ Tayyip Erdogan ປະທານາທິບໍດີຕວກກີ ກ່າວຄຳເຫັນທີ່ Ankara ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານປະທານາທິບໍດີຕວກກີ ອອກຖະແຫຼງການດັ່ງກ່າວພາຍຫຼັງທີ່ທ່ານ Donald Trump ປະທານາທິບໍດີອາເມລິກາ  ອະນຸຍາດໃຫ້ເພີ່ມອັດຕາພາສີສຳລັບອາລູມິນຽມ, ເຫຼັກນຳເຂົ້າຈາກປະເທດຕວກກີ ຂຶ້ນທົບສອງເທົ່າ, ໝາຍຄວາມວ່າ 50% ສຳລັບເຫຼັກແລະ 20% ສຳລັບອາລູມີນຽມ. ການກະທຳນີ້ເຮັດໃຫ້ເງິນ Lira ຂອງປະເທດນີ້ສືບຕໍ່ຖືກຫຼຸດລົງຢ່າງແຮງນັບແຕ່ປີ 2001.

ໂດຍ: ສົມເພັດ