ທີ່ກອງປະຊຸມຄັ້ງນີ້, ຄະນະກໍາມະການໄດ້ຮັບຮອງເອົາຮ່າງບົດສະຫຼຸບກ່ຽວກັບຂໍ້ຕົກລົງ ແລະພຶດຕິກໍາຕົວຈິງທີ່ກ່ຽວຂ້ອງເຖິງການອະທິບາຍສົນທິສັນຍາສາກົນ ແລະຮູບແບບກົດໝາຍປະເພນີສາກົນພ້ອມກັບບັນດາຄໍາວິຈານຕິດພ້ອມ. ເອກະສານສອງສະບັບດັ່ງກ່າວຈະຍື່ນສະເໜີຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ ແນໃສ່ອອກມະຕິຮັບຮອງເອົາເປັນເອກະສານທາງການເພື່ອໃຫ້ບັນດາປະເທດ, ບັນດານັກສ້າງກົດໝາຍນໍາໃຊ້. ນີ້ແມ່ນເອກະສານສອງສະບັບໃຫຍ່, ປະກອບສ່ວນປັບປຸງຄວາມຮູ້ກ່ຽວກັບແຫຼ່ງກົດໝາຍສາກົນໃຫ້ສົມບູບແບບ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ຜູ້ຕາງໜ້າຫວຽດນາມຄົນທຳອິດກາຍເປັນສະມາຊິກ ILC. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍເປັນກຽດທີ່ໄດ້ຮັບການເລືອກຕັ້ງເປັນຮອງປະທານຜູ້ທີສອງຂອງ ILC ທີ່ກອງປະຊຸມຄັ້ງນີ້, ທ່ານ ຫງວຽນຮົ່ງທາວ ເອກອັກຄະລັດຖະທູດຫວຽດນາມ, ຜູ້ຕາງໜ້າຫວຽດນາມຄົນທໍາອິດກາຍເປັນສະມາຊິກ ILC, ໄດ້ຕັ້ງໜ້າເສີມຂະຫຍາຍບົດບາດເປັນເຈົ້າການ, ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ວຽກງານລວມຂອງຄະນະກໍາມະການ. ຫວຽດນາມໄດ້ມີການປະກອບສ່ວນຫຼາຍຢ່າງໃນການກວດກາເອກະສານ, ສະເໜີແນະບາງຂໍ້ປ່ຽນແປງເຊິ່ງໄດ້ຮັບການຮັບຮອງເອົາ.

ໂດຍ: ຮວ່າງເຈື່ອງ