ໃນຍຸກການເຊື່ອມໂຍງ ຫລື ໃນຍຸກໂລກາພິວັດ, ສື່ມວນຊົນລາວໄດ້ມີໂອກາດພັດທະນາຕົນເອງໃນທຸກດ້ານ, ມີຜົນປະໂຫຍດຈາກການເຊື່ອມໂຍງສາກົນໂດຍສະເພາະໄດ້ຮັບການພັດທະນາທາງດ້ານເຄື່ອງມື, ອຸປະກອນໃຫ້ທັນສະໄໝຂຶ້ນ, ບຸກຄະລາກອນດ້ານສື່ມວນຊົນກໍໄດ້ມີໂອກາດໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້, ມີຄວາມສາມາດທາງດ້ານວິຊາສະເພາະ, ວິຊາຊີບ ແລະມີໂອກາດໄດ້ເຂົ້າຮ່ວມເວທີປຶກສາຫາລືໃນວຽກງານຂອງຕົນ ຢູ່ໃນພາກພື້ນ ແລະສາກົນ.

leftcenterrightdel
ທ່ານ ສະຫວັນຄອນ ລາຊະມຸນຕີ,  ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ  ແລະ ທ່ອງທ່ຽວລາວ. ພາບ: kpl.gov.la.

ທ່ານຮອງລັດຖະມົນຕີ ຍັງໃຫ້ຮູ້ວ່າ: ໃນຍຸກແຫ່ງການເຊື່ອມໂຍງຢູ່ໃນສາກົນສື່ມວນຊົນລາວມີຄວາມພ້ອມໃນການປະຕິບັດຫນ້າທີ່, ຮັບໃຊ້ພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດໃນໄລຍະໃໝ່ຕາມພາລະບົດບາດຂອງສື່່ມວນຊົນ ແລະເຮັດຫນ້າທີ່ໃນການສື່ສານລະຫວ່າງລາວກັບພາກພື້ນ ແລະບັນດາປະເທດໃຫ້ເກີດມີຄວາມເຂົ້າໃຈກ່ຽວກັບປະເທດລາວ ທີ່ມີການພັດທະນາໃນຫລາຍດ້ານ ແລະມີຜົນສຳເລັດເປັນກ້າວໆ.

ຈາກການລາຍງານຂ່າວຜ່ານສື່ມວນຊົນຂອງລາວເຮັດໃຫ້ບັນດາປະເທດເພື່ອນມິດ ກໍຄື ວົງຄະນາຍາດສາກົນໄດ້ມີຄວາມຮັບຮູ້ ຄວາມເຂົ້າໃຈກ່ຽວກັບການປ່ຽນແປງ ແລະການພັດທະນາຂອງປະເທດເຮົາ; ພ້ອມໂຄດຽວກັນກໍມີຄວາມສາມາດໃນການຊີ້ແຈງອະທິບາຍກ່ຽວກັບວັດທະນະທຳ-ສັງຄົມຂອງປະເທດລາວ, ລວມທັງລະບອບການເມືອງ ແລະສາມາດຕອບໂຕ້ຄວາມພະຍາ ຍາມໂຄສະນາໃສ່ຮ້າຍປ້າຍສີ ແລະການໂຄສະນາບິດເບືອນຄວາມຈິງຂອງກຸ່ມທີ່ບໍ່ຫວັງດີຕໍ່ປະເທດຂອງເຮົາໄດ້ໃນລະດັບທີ່ແນ່ ນອນ.

ຂ່າວ: ສົມຫວັງ