ເຂົ້າຮ່ວມພິທີຊັກທຸງອາຊຽນຂຶ້ນເທິງເສົາມີການນຳບັນດາກະຊວງຂອງລາວທີ່ກ່ຽວຂ້ອງເຖິງ 3 ເສົາຄ້ຳຫຼັກໃນປະຊາຄົມອາຊຽນ; ເອກອັກຄະລັດຖະທູດບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືເຈລະຈາຢູ່ລາວ ແລະຜູ້ຕາງໜ້າບັນດາອົງການສາກົນ.

leftcenterrightdel
ພິທີຊັກທຸງອາຊຽນຂຶ້ນເທິງເສົາເພື່ອສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງອາຊຽນ (8-8-1967/8-8-2018) . ພາບ: ຂປລ.

ກ່າວຄຳເຫັນທີ່ພິທີ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກເຖິງບັນດາຜົນສຳເລັດຂອງ ອາຊຽນ ໃນກວ່າເຄິ່ງສະຕະວັດຜ່ານມາ, ຢັ້ງຢືນວ່າ, ເຖິງວ່າຍັງມີບັນດາສິ່ງຈຳກັດ ແລະທ້າທາຍ, ແຕ່ວ່າພາກພື້ນ ແລະປະຊາຄົມອາຊຽນ ຍັງຄົງຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ຫຼື ລະຫວ່າງອາຊຽນ ກັບບັນດາປະເທດເພື່ອນມິດໃນທົ່ວໂລກ ແລະພິເສດແມ່ນບັນດາປະເທດຄູ່ຮ່ວມມືເຈລະຈານັບມື້ນັບໄດ້ຮັບການປັບປຸງ, ຮັດແໜ້ນ.

ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ: “ປະຈຸບັນອາຊຽນ ແມ່ນອົງການຈັດຕັ້ງຢູ່ພາກພື້ນທີ່ໄດ້ບັນລຸຜົນສຳເລັດຫຼາຍທີ່ສຸດໃນໂລກ, ອາຊຽນເປີດປະຕູກັບໂລກພາຍນອກ ແລະສວມບົດບາດສຳຄັນໃນໂຄງປະກອບພາກພື້ນເປີດກວ້າງ ແລະກວມລວມດ້ວຍໃຈກາງແມ່ນອາຊຽນ, ລາວມີຄວາມປິຕິຊົມຊື່ນເມື່ອເປັນພາກສ່ວນໜຶ່ງໃນຄອບຄົວອາຊຽນ. ຂອບອົກຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະບັນດາປະເທດຄູ່ຮ່ວມມືຂອງອາຊຽນ, ເພື່ອໃຫ້ ສປປ ລາວ ປະຕິບັດໄດ້ບັນດາຄຳໝັ້ນສັນຍາຂອງຕົນໃນບົດບາດເປັນປະເທດສະມາຊິກໃນຕະຫຼອດສອງທົດສະວັດຜ່ານມາ”.

ເນື່ອງໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໍ່ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍ ແລະຊ່ວຍເຫຼືອຢ່າງທັນການຂອງບັນດາປະເທດສະມາຊິກອາຊຽນ, ສູນປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນການຄຸ້ມຄອງໄພພິບັດ (AHA), ບັນດາປະເທດຄູ່ຮ່ວມມືເຈລະຈາ, ບັນດາປະເທດເພື່ອນມິດ ແລະບັນດາອົງການຈັດຕັ້ງສາກົນໃນເຫດເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍແຕກຢູ່ແຂວງອັດຕະປື ເມື່ອວັນທີ 23 ກໍລະກົດຜ່ານມາ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສາມັກຄີ, ຄວາມເອົາໃຈໃສ່ ແລະການແບ່ງປັນໃນຄອບຄົວອາຊຽນ, ກໍ່ຄືລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມືພາຍນອກ.

ໂດຍ: ແສງເພັດ