leftcenterrightdel
ທ່ານ Lee Do-hoon ທູດພິເສດສັງກັດກະຊວງການຕ່າງປະເທດ ສ.ເກົາຫຼີ ຮັບຜິດຊອບບັນຫາຄວາມສະຫງົບ ແລະສັນຕິພາບຢູ່ແຫຼມ ເກົາຫຼີ. ພາບ:  Yonhap/ສໍານັກຂ່າວສານຫວຽດນາມ. 

“ຝ່າຍອາເມລິກາ ພວມຊຸກຍູ້ວຽກງານກະກຽມພາຍໃນໃຫ້ແກ່ການເຈລະຈາຕໍ່ໄປກັບ ສປປ.ເກົາຫຼີ. ອາເມລິກາ ພວມສ້າງຕັ້ງກຸ່ມເຈລະຈາ, ເຊິ່ງສ່ວນຫຼາຍແມ່ນບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ແລະເຂົາເຈົ້າພວມຕັ້ງໜ້າປະສານງານກ່ຽວກັບທັດສະນະປອດນິວເຄຼຍ ແລະບັນດາບັນຫາຕົວຈິງ”, ສໍານັກຂ່າວສານ Yonhap  ໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານ Lee Do-hoon ກັບບັນດານັກຂ່າວຢູ່ ວໍຊິງຕັນ ໃນວັນທີ 13 ກໍລະກົດ, ພາຍຫຼັງມີການພົບປະກັບເຈົ້າໜ້າທີ່ຫຼາຍທ່ານຂອງ ອາເມລິກາ. ກ່ອນນັ້ນໜຶ່ງວັນ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump  ກໍ່ສະແດງຄວາມປະເອີບໃຈກ່ຽວກັບບັນດາການເຈລະຈາທີ່ພວມດໍາເນີນເພື່ອແນໃສ່ລົບລ້າງລາຍການອາວຸດນິວເຄຼຍຂອງ ສປປ. ເກົາຫຼີ.

 

ແປໂດຍ: ເກື່ອງດັ້ງ