ຜ່ານມາ ສປປ ລາວ ໄດ້ຮັບຜົນສຳເລັດໃນການພັດທະນາອຸດສາຫະກຳພະລັງງານໄຟຟ້າທີ່ໜັກແໜ້ນຕໍ່ເນື່ອງພຽງແຕ່ໄລຍະ 10 ປີ, ສປປ ລາວ ໄດ້ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າໄດ້ໃນຈັງຫວະຂອງການຂະຫຍາຍຕົວທີ່ກ້າວກະໂດດ,  ເຊິ່ງປີ 2005 ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າພຽງແຕ່ 9 ແຫ່ງມີກຳລັງຕິດຕັ້ງ 679,5 ເມກາວັດ  ສາມາດຜະລິດພະລັງງານໄຟຟ້າໄດ້ພຽງ 3.236,9 ລ້ານກິໂລວັດໂມງ/ປີ ເທົ່ານັ້ນ.

leftcenterrightdel
ເຂື່ອນໄຟຟ້ານ້ຳງື່ມ 1. ພາບ: ຂປລ.

ພ້ອມນີ້, ທ່ານ ຄຳມະນີ ອິນທິລາດ ຍັງໃຫ້ຮູ້ວ່າ:  ໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍເບີ 7-8 ເປັນໂຄງການຂອງລັດຖະບານ, ໂດຍຂະຫຍາຍອອກຈາກໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ມີຈຸດປະສົງເພື່ອເພີ່ມກຳລັງການຜະລິດທັງເປັນການຮັບຮອງການຊົມໃຊ້ໄຟຟ້າຢູ່ພາຍໃນປະເທດໃຫ້ພຽງພໍ, ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມການສຶກສາ-ສຳຫລວດ ໃນປີ 2012 ແລະ ລົງມືກໍ່ສ້າງໃນປີ 2015 ດ້ວຍເງິນລົງທຶນທັງໝົດປະມານ 122 ລ້ານກວ່າໂດລາສະຫະລັດ; ໂຄງການດັ່ງກ່າວ, ນອກຈາກຈະສ້າງຜົນປະໂຫຍດທາງກົງໃຫ້ລັດຖະບານແລ້ວຍັງເປັນໂຄງການທີ່ມີປະສິດທິຜົນສູງ,  ສ້າງຜົນກະທົບຕໍ່ສິ່ງແວດລ້ອມບໍ່ຫລາຍ  ແລະຍັງເປັນໂຄງການຄ້ຳປະກັນດ້ານພະລັງງານພາຍໃນປະເທດໃຫ້ພຽງພໍ ໂດຍສະເພາະໃນລະດູແລ້ງ.

ເນື້ອໃນ: ຂປລ