ຕະຫລອດເວລາ 1 ອາທິດທີ່ເຄື່ອນໄຫວຢູ່ລາວ ບັນດາສື່ມວນຊົນດັ່ງກ່າວ, ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2018, ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 2-3 ກໍລະກົດ 2018, ພ້ອມນີ້ ໄດ້ໄປຢ້ຽມຢາມບັນດາໂຄງການຕ່າງໆທີ່ຈີນລົງທຶນຢູ່ລາວ ເປັນຕົ້ນຢູ່ນະຄອນຫລວງວຽງຈັນ ໄດ້ໄປຢ້ຽມຊົມໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະສັນຍາທີ 6, ນະຄອນຫລວງພະບາງ ໄດ້ຢ້ຽມຊົມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 1 ແລະ 4 ສະຖານທີ່ທ່ອງທ່ຽວສຳຄັນພະທາດພູສີ, ຫໍພິພິທະພັນແຫ່ງຊາດຫລວງພະບາງ, ວັດຊຽງທອງ ແລະ ອຸທິຍານນ້ຳຕົກຕາດກວາງຊີ. ນອກຈາກນີ້, ຍັງໄດ້ຢ້ຽມຊົມ 3 ສະຖານທີ່ທ່ອງທ່ຽວສຳຄັນຢູ່ແຂວງຈຳປາສັກເປັນຕົ້ນຜາສາດຫີນວັດພູ, ນ້ຳຕົກຕາດຄອນພະເພັງ ແລະ ຕາດຟານ. ການເຄື່ອນໄຫວເກັບກຳຂ່າວ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວຢູ່ລາວ ຂອງຄະນະສື່ມວນຊົນຈາກ 6 ປະເທດ MLC ໃນຄັ້ງນີ້, ນອກຈາກ ເຫັນໄດ້ສະພາບຕົວຈິງກ່ຽວກັບສະຖານທີ່ທ່ອງທ່ຽວຂອງລາວ ກໍຄືຢູ່ນະຄອນຫລວງວຽງຈັນ, ນະຄອນຫລວງ ຫລວງພະບາງ ແລະ ແຂວງ ຈໍາປາສັກ ຍັງເປັນການປະກອບສ່ວນໂຄສະນາສະຖານທີ່ທ່ອງທ່ຽວຂອງລາວ ໃນໂອກາດປີທ່ອງທ່ຽວລາວ 2018 ເພາະ ບັນດາສື່ມວນຊົນທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້, ໄດ້ເກັບກຳຂໍ້ມູນຂຽນຂ່າວ ແລະ ບົດປະເພດຕ່າງໆ ເພື່ອເຜີຍແຜ່ຜ່ານສື່ທີ່ຕົນເອງສັງກັດຢູ່ໃຫ້ປະຊາຊົນ ກໍຄືນັກທ່ອງທ່ຽວພາຍໃນປະເທດຂອງຕົນໄດ້ຮັບຮູ້ ແລະ ຫັນມາທ່ອງທ່ຽວພາຍໃນປະເທດລາວນັບມື້ເພີ່ມຂຶ້ນ. ນອກຈາກນີ້, ຍັງເປັນການປະກອບສ່ວນຊຸກຍູ້ສົ່ງເສີມການທ່ອງທ່ຽວໃນປະເທດທີ່ນອນຢູ່ໃນກອບການຮ່ວມມື MLC ໃຫ້ນັບມື້ຂະຫຍາຍຕົວກວ່າເກົ່າ. ທ່ານ ນາງ Phi Hoang Le, ຜູ້ສື່ຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ໃຫ້ສຳພາດວ່າ: ນີ້ເປັນຄັ້ງທຳອິດທີ່ຕົນເອງໄດ້ເດີນທາງມາລາວ, ໄດ້ຢ້ຽມຊົມນະຄອນຫລວງວຽງຈັນ, ນະຄອນຫລວງ ຫລວງພະບາງ ແລະ ແຂວງ ຈຳປາສັກ. ລາວເປັນປະເທດທີ່ສວຍງາມ, ຂ້າພະເຈົ້າມັກອາຫານລາວ ແລະ ກາເຟລາວ. ແຕ່ຂ້າພະເຈົ້າຂໍມີທັດສະນາວ່າຖ້າຢາກໃຫ້ການທ່ອງທ່ຽວຂອງລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດໃຫ້ປະຊາຊົນມີລາຍຮັບຈາກການທ່ອງທ່ຽວຫລາຍຂຶ້ນ ລັດຖະບາລາວ ຕ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ຢູ່ແຕ່ລະທ້ອງຖິ່ນ ເພື່ອຈຳໜ່າຍໃຫ້ນັກທ່ອງທ່ຽວຫລາຍຂຶ້ນກວ່າເກົ່າ, ພ້ອມນີ້ຕ້ອງເອົາໃຈໃສ່ເລື່ອງການຮັກສາຄວາມສະອາດຂອງສະຖານທີ່ທ່ອງທ່ຽວ, ລວມເຖິງການໃຫ້ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວພາຍໃນປະເທດດ້ວຍການໂຄສະນາຜ່ານສື່ຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ. ພ້ອມທັງສະແດງຄວາມຫວັງວ່າຈະໄດ້ມີໂອກາດເດີນທາງມາທ່ອງທ່ຽວໃນປະເທດລາວອີກຄັ້ງໃນຕໍ່ໜ້າ. ທ່ານ Sek Odom ຜູ້ສື່ຂ່າວຈາກສະຖານີໂທລະພາບບາຢົນຂອງກໍາປູເຈຍ ໃຫ້ສໍາພາດວ່າ: ນີ້ເປັນຄັ້ງທຳອິດທີ່ຕົນເອງໄດ້ເດີນທາງມາລາວ, ລາວເປັນປະເທດທີ່ມີສະຖານທີ່ທ່ອງທ່ຽວສວຍງາມຫລາຍ ແຫ່ງ ທີ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມ, ແຕ່ຂ້າພະເຈົ້າຂໍສະແດງທັດສະນະສ່ວນຕົວວ່າ: ຂະແໜງການທີ່ກ່ຽວຂ້ອງຂອງລາວ ຄວນແນະນໍາໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຢູ່ແຕ່ລະສະຖານທີ່ທ່ອງທ່ຽວໃຫ້ຂໍ້ມູນຂ່າວສານຕ່າງໆກ່ຽວກັບສະຖານທີ່ທ່ອງທ່ຽວໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ວ່ອງໄວ. ຄຽງຄູ່ກັນນີ້ຕ້ອງເອົາໃຈໃສ່ໂຄສະນາຢູ່ຕ່າງປະເທດຢ່າງກ້ວາງຂວາງ. ແຕ່ສິ່ງສຳຄັນທີ່ສຸດຕ້ອງເອົາໃຈໃສ່ຮັກສາສະພາບແວດລ້ອມ ແລະ ຄວາມສະອາດໃຫ້ດີ ເພາະເປັນສິ່ງທີ່ນັກທ່ອງທ່ຽວຕ່າງປະເທດໃຫ້ຄວາມສຳຄັນທີ່ສຸດ. ທ່ານນາງ ເພັງໂສພາ ສຸຄົນທະລັກ, ຜູ້ສື່ຂ່າວຈາກໂພລະພາບໄທລັດຂອງໄທ ໃຫ້ສຳພາດວ່າ: ເຄີຍເດີນທາງມາເກັບກໍາຂ່າວຢູ່ປະເທດລາວຫລາຍຄັ້ງ, ລາວເປັນປະເທດທີ່ມີທຳມະຊາດສວຍງາມ ແລະ ສະຫງົບສຸກ, ໃນນາມສ່ວນຕົວມັກທ່ອງທ່ຽວຢູ່ນະຄອນຫລວງພະບາງ ຫລາຍກວ່າໝູ່ເພາະເປັນເມືອງທີ່ສວຍງາມ, ບໍ່ໃຫຍ່ ແລະ ສາມາດຍ່າງທ່ຽວຊົມຕົວເມືອງຫລວງພະບາງໄດ້, ຖ້າມີໂອກາດຈະເດີນທາງມາລາວ ພ້ອມກັບຄອບຄົວອີກຄັ້ງໜຶ່ງ ເພື່ອໃຫ້ສາມາດທ່ອງທ່ຽວໄດ້ຫລາຍສະຖານທີ່ສຳຄັນຂອງປະເທດລາວ. 

 

ຂ່າວ-ພາບ: ມະນີທອນ