ຕາມໜັງສືພິມ Ilta-Sanomat ຂອງແຟງລັງ, ວັນທີ 7 ກໍລະກົດ, ທ່ານ Sauli Niinisto ປະທານາທິບໍດີ ແຟງລັງ ໄດ້ສະແດງຄວາມຫວັງວ່າ, ການພົບປະສຸດຍອດໃນວັນທີ 16 ກໍລະກົດ ລະຫວ່າງທ່ານ Vladimir Putin  ປະທານາທິບໍດີ ລັດເຊຍ ພ້ອມກັບຄູ່ຕຳແໜ່ງ  Donald Trump  ຢູ່ນະຄອນຫຼວງ Helsinki, ປະເທດ ແຟງລັງ ຈະປະກອບສ່ວນເຮັດໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງໃນການພົວພັນ ລັດເຊຍ-ອາເມລິກາ.

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin (ເບື້ອງຊ້າຍ)  ແລະທ່ານປະທານາທິບໍດີອາເມລິກາ Donald Trump (ເບື້ອງຂວາ). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Sauli Niinisto ເນັ້ນໜັກວ່າ: “ຂ້າພະເຈົ້າປາດຖະໜາວ່າພາຍຫຼັງການພົບປະສຸດຍອດ ລັດເຊຍ-ອາເມລິກາ ທີ່ຈະຈັດຕັ້ງຢູ່ Helsinki, ສອງຝ່າຍຈະບັນລຸໝາກຜົນເປັນຢ່າງສູງ, ປະກອບສ່ວນສ້າງກາລະໂອກາດຫຼຸດຜ່ອນຄວາມເຄັ່ງຕຶງ”. ທ່ານກໍ່ຫວັງວ່າບັນດາບັນຫາຫຼຸດຜ່ອນອາວຸດຈະນອນໃນລາຍການກອງປະຊຸມຂອງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ  ກັບຄູ່ຕຳແໜ່ງ  Donald Trump.

ກ່ອນໜ້ານັ້ນ, ທ່ານ Dmitry Peskov ເລຂາສື່ມວນຊົນຂອງທ່ານປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ຢູ່ Helsinki ນັ້ນ,  ການນຳລັດເຊຍ ແລະ ອາເມລິກາ ຈະປຶກສາຫາລືຫຼາຍບັນຫາ, ໃນນ້ັນມີສະຖານະການຢູ່ ຊີຣີ ຈະໄດ້ພິຈາລະນາຢ່າງຮອບດ້ານ.

 

ແປໂດຍ: ແສງເພັດ