leftcenterrightdel
ພາລະກອນຄະນະກໍາມະການເລືອກຕັ້ງແຫ່ງຊາດກໍາປູເຈຍ ປະກາດເລກລໍາດັບເຂົ້າຮ່ວມການເລືອກຕັ້ງທົ່ວປະເທດຂອງພັກປະຊາຊົນກໍາປູເຈຍ ກໍາອໍານາດຢູ່ນະຄອນຫຼວງ ພະນົມເປັນ ໃນວັນທີ 29 ພຶດສະພາ. ພາບ: AFP/TTXVN.

ກະຊວງພາຍໃນກໍາປູເຈຍ ໃຫ້ຮູ້, ໄດ້ສົ່ງທະຫານ, ຕໍາຫຼວດປະມານ 8 ໝື່ນຄົນເຂົ້າຮ່ວມການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນໄລຍະເວລາດໍາເນີນບັ້ນຂົນຂວາຍສະໝັກຮັບເລືອກຕັ້ງ ແລະໃນວັນເລືອກຕັ້ງ. ມີນັກສັງເກດການກວ່າ 50.000 ຄົນ, ໃນນັ້ນມີນັກສັງເກດການສາກົນປະມານ 800 ຄົນທີ່ໄດ້ລົງທະບຽນຕິດຕາມກວດກາການເລືອກຕັ້ງໃນຄັ້ງນີ້. ນອກຈາກນີ້ຍັງມີນັກຂ່າວກວ່າ 900 ຄົນ, ໃນນັ້ນມີນັກຂ່າວສາກົນເກືອບ 100 ຄົນ, ໄດ້ລົງທະບຽນເຄື່ອນໄຫວວຽກງານສື່ມວນຊົນທີ່ການເລືອກຕັ້ງ. ນີ້ແມ່ນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 6 ນັບແຕ່ເມື່ອ ກໍາປູເຈຍ ດໍາເນີນການເລືອກຕັ້ງຫຼາຍພັກຝ່າຍໃນປີ 1993 ດ້ວຍການອຸປະຖໍາຂອງສະຫະປະຊາຊາດ.

ແປໂດຍ: ຮວ່າງເຈື່ອງ