leftcenterrightdel
ຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດທີ່ປະເທດ ຊູດັງໃຕ້. ພາບ: AP.

ຕາມນັ້ນແລ້ວ, ງົບປະມານເກືອບ 6,7 ຕື້ໂດລາສະຫະລັດ ຈະໄດ້ສະໜອງໃຫ້ບັນດາພາລະກຳສັນຕິພາບ, ຫຼຸດລົງປະມານ 600 ລ້ານໂດລາສະຫະລັດ ເມື່ອທຽບໃສ່ກັບງົບປະມານຂອງປີກາຍ. ຕາມບັນດາແຫຼ່ງຂ່າວທາງການທູດ, ບ້ວງງົບປະມານດັ່ງກ່າວແມ່ນໜ້ອຍກວ່າ 122 ລ້ານໂດລາສະຫະລັດ ເມື່ອທຽບໃສ່ລະດັບສະເໜີກ່ອນໜ້ານັ້ນຂອງຄະນະກຳມະການນັກຊ່ຽວຊານ. ປີກາຍ, ສະຫະປະຊາຊາດໄດ້ສະຫງວນ 6,8 ຕື້ໂດລາສະຫະລັດ ໃຫ້ແກ່ບັນດາການເຄື່ອນໄຫວຮັກສາສັນຕິພາບ, ແຕ່ວ່າຮອດເດືອນ ທັນວາ ໄດ້ສະໜອງໃຫ້ຕື່ມ 500 ລ້ານໂດລາສະຫະລັດ ໃຫ້ບັນດາພາລະກຳຢູ່ ຮາຍຕີ ແລະບັນດາເຂດປະທະກັນ Darfur ຂອງ ຊູດັງ. ຄາດຄະເນວ່າ, ບ້ວງງົບປະມານສຳລັບປີ 2018 ນີ້ຈະໄດ້ສະເໜີເພື່ອຮັບຮອງເອົາຢູ່ສະມັດຊາໃຫຍ່ສະຫະປະຊາຊາດໃນທ້າຍອາທິດນີ້.

 

ແປໂດຍ:​ ຮຸຍດົງ