leftcenterrightdel
ທ່ານ Koo Sang-yeon (ອາຍຸ 98 ປີ) ຢູ່ ສ.ເກົາຫຼີ ພົບຄືນກັບລູກສາວ 2 ຄົນ ຢູ່ ສປປ.ເຫົາຫຼີ ທີ່ການເຕົ້າໂຮມກັນໃນວັນທີ 24 ຕຸລາ ປີ 2015. ພາບ: Yonhap.

ໂດຍໄດ້ຮູ້ວ່າ, ພາຍຫຼັງການປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຈັດຕັ້ງການເຕົ້າໂຮມກັນຂອງບັນດາຄອບຄົວຖືກພັດພາກຈາກກັນແຕ່ວັນທີ 20-26 ສິງຫາ ທີ່ເຂດພັກຜ່ອນບໍາລຸງສຸຂະພາບ ຢູ່ພູ Kumgang ໃນດິນແດນຂອງ ສປປ.ເກົາຫຼີ. ສົງຄາມເກົາຫຼີ  (1950-1953) ສິ້ນສຸດດ້ວຍສັນຍາຢຸດຕິການສູ້ຮົບ  ແຕ່ຍັງບໍ່ທັນໄດ້ລົງນາມໃນສົນທິສັນຍາສັນຕິພາບ. ສະນັ້ນ, ກ່ຽວກັບດ້ານເຕັກນິກ, ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຍັງຢູ່ໃນສະພາບການສົງຄາມ. ຕາມສໍານັກຂ່າວສານ Yonhap ແລ້ວ, ຕົວເລກສະຖິຕິກ່ຽວກັບບັນດາຄອບຄົວຖືກພັດພາກຈາກກັນ ມາຮອດຈຸດເວລາປັດຈຸບັນໃຫ້ຮູ້ວ່າ ໃນຍອດຈໍານວນຜູ້ຖືກພັດພາກ 132.124 ຄົນນັ້ນ, ຍັງເຫຼືອພຽງແຕ່ປະມານ 57.000 ຄົນຍັງມີຊີວິດ ແລະ 86% ໃນຈໍານວນນັ້ນປັດຈຸບັນມີອາຍຸກວ່າ 70 ປີແລ້ວ.

 

ແປໂດຍ: ທູຈາງ