leftcenterrightdel
ທ່ານ Kim Jong-un ການນໍາສປປ.ເກົາຫຼີ ແລະທ່ານປະທານປະເທດຈີນ ສີຈິ້ນຜິງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Kim Jong-un ການນໍາສປປ.ເກົາຫຼີ  ພວມມີການຢ້ຽມຢາມ ຈີນ, 1 ອາທິດພາຍຫຼັງທີ່ທ່ານ Kim Jong-un ມີການພົບປະຢູ່ກອງປະຊຸມສຸດຍອດກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ສິງກະໂປ. ທີ່ການພົບປະລະຫວ່າງການນໍາສອງທ່ານຂອງຈີນ ແລະສປປ.ເກົາຫຼີ ໄດ້ດໍາເນີນໃນວັນທີ 19 ມິຖຸນາທີ່ຫໍສະພາປະຊາຊົນຢູ່ນະຄອນຫຼວງ ປັກກິ່ງ, ທ່ານປະທານປະເທດຈີນ ສີຈິ້ນຜິງ ແລະທ່ານ Kim Jong-un ການນໍາສປປ.ເກົາຫຼີ ໄດ້ຕີລາຄາກ່ຽວກັບການພົບປະຢູ່ກອງປະຊຸມສຸດຍອດ ອາເມລິກາ-ສປປ.ເກົາຫຼີ, ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາລວມ, ລວມທັງແງ່ຫວັງແກ້ໄຂບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ.

 

ແປໂດຍ: ຫງວຽນກຸກ