ຕາມ AFP, ໃນການພົບປະເຈລະຈາກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢັຍລະມັນ, ທ່ານ Jens Stoltenberg ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO)  ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສຸດຍອດ NATO ໃນເດືອນກໍລະກົດຈະມາເຖິງຈະສະແດງໃຫ້ເຫັນ “ນໍ້າໃຈສາມັກຄີຂ້າມມະຫາສະມຸດອັດລັງຕິກ”, ພາຍຫຼັງທີ່ອາເມລິກາ ບໍ່ເຫັນດີເຫັນພ້ອມກັບຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ຢູ່ການາດາ ໃນອາທິດກ່ອນ.

leftcenterrightdel
ທ່ານ Jens Stoltenberg ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO). ພາບ: truyenhinhthanhhoa.vn.

ຄວາມ “ແຕກຫັກ” ຂອງ G7 ໄດ້ເຮັດໃຫ້ຄວາມວິຕົກກັງວົນເພີ່ມຂຶ້ນກ່ຽວກັບການສິ້ນສຸດຂອງສາຍພົວພັນຂ້າມມະຫາສະມຸດອັດລັງຕິກ. ທ່ານ Jens Stoltenberg ຖືວ່າ ຢູ່ກອງປະຊຸມສຸດຍອດ NATO ໃກ້ຈະມາເຖິງ, “ປະເທດອາເມລິກາ ແລະທ່ານປະທານາທິບໍດີ Donald Trump ຈະຢືນຢັນຄໍາໝັ້ນສັນຍາຄືນໃໝ່ອີກຄັ້ງໜຶ່ງກ່ຽວກັບນໍ້າໃຈສາມັກຄີຂ້າມມະຫາສະມຸດ ອັດລັງຕິກ ແລະກັບບັນດາເສັ້ນທາງມຸ່ງໄປເຖິງຂອງ NATO”. “ພາກສ່ວນໜຶ່ງແມ່ນຍ້ອນສິ່ງດັ່ງກ່າວນີ້ໄດ້ຮັບການປະກາດຢ່າງຈະແຈ້ງຈາກທ່ານປະທານາທິບໍດີ Donald Trump ເມື່ອຂ້າພະເຈົ້າພົບປະກັບທ່ານ Donald Trump ຢູ່ ວໍຊີງເຕີນ ຫວ່າງມໍ່ໆມານີ້, ພາກສ່ວນອື່ນແມ່ນຍ້ອນພວກເຮົາເຫັນໄດ້ສິ່ງດັ່ງກ່າວນີ້ໃນບັນດາການກະທຳລະອຽດ”, AFP ຄັດສະເໜີຄໍາເນັ້ນໜັກ ຂອງທ່ານ Jens Stoltenberg.

 

ແປໂດຍ: ເຈິ່ນຮວ່ຽນ