ຢູ່ ເຊອູນ, ສ.ເກົາຫຼີ ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ກ່າວເຕືອນວ່າ ອາເມລິກາ ຈະເຊື່ອມຕໍ່ບັນດາການຊ້ອມຮົບກັບ ສ.ເກົາຫຼີ ຄືນໃໝ່ຖ້າວ່າ ສປປ.ເກົາຫຼີ ບໍ່ສະແດງໃຫ້ເຫັນເຈດຕະນາດີ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພາຍຫຼັງກວ່າ 10 ປີ. ພາບ: Yonhap.

ທ່ານ Mike Pompeo ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ອາເມລິກາ ຢືນຢັນຢ່າງຈະແຈ້ງວ່າສະພາບການ “ນ້ຳກ້າມ” ບັນດາການຊ້ອມຮົບພຽງແຕ່ມີຜົນສັກສິດເມື່ອ ສປປ.ເກົາຫຼີ ສະແດງໃຫ້ເຫັນເຈດຕະນາດີໃນວິວັດການເຈລະຈາກ່ຽວກັບການປອດນິວເຄຼຍ. ທ່ານ Mike Pompeo ຍັງເນັ້ນໜັກວ່າ, ຖ້າວ່າ ອາເມລິກາ ສະຫຼຸບວ່າ ສປປ.ເກົາຫຼີ ຍັງບໍ່ທັນສະແດງໃຫ້ເຫັນເຈດຕະນາດີນັ້ນ, ເລື່ອງ “ນ້ຳກ້າມ” ຈະບໍ່ມີຜົນສັກສິດ.

ໃນການປະຊຸມຂ່າວຮ່ວມພາຍຫຼັງການເຈລະຈາກັບທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ແລະທ່ານ Taro Kono ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ຢູ່ ເຊອູນ ໃນວັນທີ 14 ມິຖຸນາ, ທ່ານ Kang Kyung-wha ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ, ບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ-ສ.ເກົາຫຼີ ແມ່ນບັນຫາຂອງສອງພັນທະມິດ ແລະຕ້ອງໄດ້ຕັດສິນໃຈຜ່ານບັນດາການທາບທາມຄຳເຫັນລະຫວ່າງວົງການເຈົ້າໜ້າທີ່ການທະຫານຂອງສອງຝ່າຍ.

ທ່ານ Itsunori Onodera ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ເນັ້ນໜັກວ່າ, ການມີໜ້າດ້ານການທະຫານຂອງ ອາເມລິກາ ຢູ່ ສ.ເກົາຫຼີ ກໍ່ຄືບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ-ສ.ເກົາຫຼີ, ສວມບົດບາດ “ສໍາຄັນເປັນຕາຍ” ຕໍ່ກັບຄວາມໝັ້ນຄົງຢູ່ອາຊີຕາເວັນອອກ.

 

ແປໂດຍ: ດັ້ງເກື່ອງ