ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ສໍາລັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ ແລະເລື່ອງຫວຽດນາມ ເພີ່ມທະວີເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເຂົ້າຢ້ຽມອຳລາທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລ້ວ, ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກໍາພັດທະນາແຖວໜ້າໃນໂລກ (G7) ຢູ່ ການາດາ ຫວ່າງແລ້ວນີ້, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ  ແລະທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາບັນຫາສໍາຄັນ, ໃນນັ້ນມີຄວາມຈໍາເປັນຕ້ອງເຄົາລົບກົດໝາຍສາກົນ, ເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະເຊື່ອໝັ້ນວ່າ ຫວຽດນາມຈະເສີມຂະຫຍາຍບົດບາດຂອງຕົນ, ສືບຕໍ່ມີການປະກອບສ່ວນສໍາຄັນຫຼາຍຢ່າງເຂົ້າໃນການພັດທະນາຢູ່ພາກພື້ນ ແລະໃນໂລກ.

 

ແປໂດຍ: ຫງວຽນກຸກ