ທັດສະນະຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບການປອດນິວເຄຼຍຢູ່ແຫຼມເກົາຫຼີ ບໍ່ມີການປ່ຽນແປງ. ທ່ານຢັ້ງຢືນຄືນໃໝ່ວ່າ, ການປອດນິວເຄຼຍຕ້ອງສົມບູນ, ກະຈ່າງແຈ້ງ ແລະບໍ່ສາມາດຕ່າວປີ້ນໄດ້. ສະຫະປະຊາຊາດ ກໍ່ຢັ້ງຢືນວ່າ, ຈີນ ສວມບົດບາດສໍາຄັນ ແລະຕັ້ງໜ້າສໍາລັບສະພາບການຢູ່ແຫຼມເກົາຫຼີ.

leftcenterrightdel
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຊົມເຊີຍໝາກຜົນຕັ້ງໜ້າຂອງກອງປະຊຸມສຸດຍອດ ອາເມລິກາ ແລະສປປ.ເກົາຫຼີ. ພາບ: Time.

ຕອບຄໍາຖາມຂອງນັກຂ່າວກ່ຽວກັບບົດບາດຂອງສະຫະປະຊາຊາດ ເພື່ອແນໃສ່ໜູນຊ່ວຍການປອດນິວເຄຼຍຢູ່ແຫຼມເກົາຫຼີ, ທ່ານ Stephane Dujarric  ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ ເນັ້ນໜັກວ່າ, ທັງອົງການພະລັງງານປະລະມານູສາກົນ, ອົງການສັນຍາວ່າດ້ວຍການເກືອດຫ້າມທົດລອງອາວຸດນິວເຄຼຍ ພ້ອມກັບບັນດາອົງການຈັດຕັ້ງຕ່າງໆຂອງສະຫະປະຊາຊາດລ້ວນແຕ່ໜູນຊ່ວຍວິວັດທະນາການດັ່ງກ່າວ. ພ້ອມທັງເນັ້ນໜັກວ່າ, ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ແມ່ນການເລີ່ມຕົ້ນຂອງວິວັດທະນາການປອດນິວເຄຼຍຢູ່ແຫຼມເກົາຫຼີ.

 

ແປໂດຍ: ຫງວຽນກຸກ