leftcenterrightdel
ທ່ານນາງ Angela Merkel  ນາຍົກລັດຖະມົນຕີເຢຍລະມັນ (ຊ້າຍ), ທ່ານ  Emmanuel Macron ປະທານາທິບໍດີຝຣັ່ງ (ກາງ) ແລະທ່ານນາງ Theresa May  ນາຍົກລັດຖະມົນຕີອັງກິດ ທີ່ກອງປະຊຸມ. ພາບ: EPA.

ເຖິງວ່າຫົວຂໍ້ຕົ້ນຕໍຂອງກອງປະຊຸມປີນີ້ລວມມີການເພີ່ມທະວີການລົງທຶນກໍ່ຄືການສ້າງວຽກເຮັດງານທໍາເພື່ອຊຸກຍູ້ການເຕີບໂຕ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍກໍ່ຕາມ, ແຕ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ ແລະບັນດາປະເທດພັນທະມິດ ຄາດວ່າຈະປົກຄຸມທັງ 2 ມື້ດໍາເນີນກອງປະຊຸມ. ປັດຈຸບັນບັນດາປະເທດສະມາຊິກທີ່ຍັງເຫຼືອຂອງ G7 ລ້ວນແຕ່ຢືນຢັນວ່າຈະສະແດງໃຫ້ເຫັນຫຼັກໝັ້ນເດັດດ່ຽວກັບປະທານາທິບໍດີອາເມລິກາ Donald Trump  ໃນບັນດາວາລະປຶກສາຫາລື, ເຖິງວ່າຈະບໍ່ເຄັ່ງຕຶງຫຼາຍເກີນໄປຍ້ອນຄວາມວິຕົກກັງວົນອາດຈະພາໄປເຖິງສົງຄາມການຄ້າຂະໜາດໃຫຍ່.

ອີກບັນຫາໜຶ່ງທີ່ພວມພົ້ນເດັ່ນຢູ່ກອງປະຊຸມສຸດຍອດ G7  ປີນີ້ແມ່ນເລື່ອງ ອາເມລິກາ ໄດ້ຮຽກຮ້ອງຢຸດຕິການປັດເຂ່ຍ ລັດເຊຍ ອອກຈາກກຸ່ມດັ່ງກ່າວ, ພ້ອມທັງເນັ້ນໜັກເຖິງບົດບາດຂອງມົດສະກູ ທີ່ບັນດາກອງປະຊຸມສຸດຍອດ G7.

ແປໂດຍ: ຮວ່າງເຈື່ອງ