leftcenterrightdel
ໂຮງແຮມ Capella ເທິງເກາະ Sentosa ຂອງສິງກະໂປ. ພາບ: anninhthudo.vn

ທ່ານນາງ Sarah Sanders ເລຂາສື່ມວນຊົນທໍານຽບຂາວ ໄດ້ປະກາດການພົບປະຂັ້ນສຸດຍອດລະຫວ່າງປະທານາທິບໍດີ Donald Trump ແລະຜູ້ນໍາ ສປປ.ເກົາຫຼີ Kim Jong-un ຈະດໍາເນີນຢູ່ໂຮງແຮມ Capella, ເທິງເກາະ Sentosa  ຢູ່ສິງກະໂປ ໃນວັນທີ 12 ມິຖຸນາ ຈະມາເຖິງ. ຕາມ Reuters, ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump  ໄດ້ສະແດງຄວາມຫວັງວ່າກອງປະຊຸມສຸດຍອດຄັ້ງນີ້ແມ່ນການເລີ່ມຕົ້ນຂອງ “ສິ່ງໃດໜຶ່ງຢ່າງໃຫຍ່ຫຼວງ”.

leftcenterrightdel
ພາບໂຮງແຮມ Capella. ພາບ:  anninhthudo.vn

ໃນວັນດຽວກັນ, ວົງການເຈົ້າໜ້າທີ່ທໍານຽບຂາວຕີລາຄາສູງບົດບາດຂອງປະເທດເຈົ້າພາບ ສິງກະໂປ ໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດດັ່ງກ່າວ. ກໍ່ກ່ຽວຂ້ອງເຖິງກອງປະຊຸມນີ້, ໂຄສົກກະຊວງການຕ່າງປະເທດອາເມລິກາ Heather Nauert ຊີ້ແຈ້ງວ່າ: “ລັດຖະບານອາເມລິກາ ຈະບໍ່ຈ່າຍເງິນຄ່າພັກອາໄສໃຫ້ຄະນະຜູ້ແທນ ສປປ.ເກົາຫຼີ”.

 

ແປໂດຍ: ຮວ່າງເຈື່ອງ