ຄະນະຫວຽດນາມ ໂດຍທ່ານ ຫງວຽນກ໋ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ແລກປ່ຽນສະພາບການຮ່ວມມືຂອງອາຊຽນ, ການພົວພັນລະຫວ່າງອາຊຽນກັບບັນດາຄູ່ຮ່ວມມື, ກໍ່ຄືວຽກງານກວດກາຄືນການກະກຽມໃຫ້ບັນດາກອງປະຊຸມຈະມາເຖິງ, ໃນນັ້ນມີກອງປະຊຸມລັດຖະມົນຕີການຕ່າງປະເທດ (AMM) ຈະດຳເນີນໃນຕົ້ນເດືອນ ສິງຫາ 2018.

leftcenterrightdel
ບັນຍາກາດທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ. ພາບ: vtv.vn.

ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສໃນຂອບເຂດອາຊຽນ, ອາຊຽນ+3, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ແລະເວທີປາໄສພາກພື້ນອາຊຽນ (ARF)  ທີ່ດຳເນີນໃນລະຫວ່າງວັນທີ 5 ຫາວັນທີ 7 ມິຖຸນາ 2018.

ກອງປະຊຸມກໍ່ແລກປ່ຽນວຽກງານກະກຽມໃຫ້ກອງປະຊຸມທາບທາມຄຳເຫັນເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງທີ 24 ເຊິ່ງຈະໄດ້ດຳເນີນໃນວັນທີ 8 ມິຖຸນາ 2018 ແລະກອງປະຊຸມຄັ້ງທີ 15 ຂອງບັນດາເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ກ່ຽວກັບການຜັນຂະຫຍາຍຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (SOM-DOC),  ເຊິ່ງຄາດຄະເນຈະໄດ້ດຳເນີນໃນວັນທີ 27 ມິຖຸນາ 2018 ທີ່ ຫູໜານ, ຈີນ. ບັນດາປະເທດເຫັນດີເປັນເອກະພາບກັນສືບຕໍ່ຢືນຢັນຄືນບັນດາຫຼັກການທີ່ໄດ້ຮັບຄວາມເຫັນດີເປັນເອກະສັນຂອງອາຊຽນ ໃນບັນຫາທະເລຕາເວັນອອກ; ໃນນ້ັນ, ອາຊຽນ ແລະຈີນ ຄວນມານະພະຍາຍາມຮັບປະກັນການປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ກ້າວໄປເຖິງບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)ໂດຍໄວ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ຢືນຢັນວ່າ, ຫວຽດນາມສືບຕໍ່ສົມທົບກັບບັນດາປະເທດອາຊຽນ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາບູລິມະສິດ, ຈຸດສຸມທີ່ວາງອອກໃນປີ 2018  ສຳເລັດຜົນ, ແນໃສ່ມຸ່ງໄປເຖິງການກໍ່ສ້າງອາຊຽນ ເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ. ກ່ຽວກັບສະພາບການປະຕິບັດ DOC ແລະກໍ່ສ້າງ COC, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢຸງ ຮຽກຮ້ອງອາຊຽນ ສາມັກຄີ, ສືບຕໍ່ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

 

ແປໂດຍ: ກວຽດເຕີມ