leftcenterrightdel
ທ່ານ Kim Jong-un ປະທານ ສປປ. ເກົາຫຼີ . ພາບ: Reuters.

ກ່ອນໜ້ານັ້ນເປັນໜຶ່ງວັນ, ທ່ານ Moon Jae-in ແລະທ່ານ Kim Jong-un ໄດ້ມີການພົບປະຢູ່ສະຖານທີ່ຂອງ ສປປ.ເກົາຫຼີ ຢູ່ບ້ານຢຸດຮົບ Panmunjom. ທ່ານປະທານາທິບໍດີ ສ.ເກົາຫຼີ ໄດ້ກ່າວໃນການປະຊຸມຂ່າວວ່າ “ທ່ານ Kim Jong-un ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄໍາໝັ້ນສັນຍາປອດນິວເຄຼຍຢ່າງສິ້ນເຊີງຢູ່ແຫຼມເກົາຫຼີ ພາຍຫຼັງໄດ້ໃຫ້ຄໍາໝັ້ນສັນຍາກ່ຽວກັບສິ່ງດັ່ງກ່າວໃນຖະແຫຼງການ Panmunjom, ພ້ອມທັງສະແດງໃຫ້ເຫັນວ່າພ້ອມແລ້ວທີ່ຈະຢຸດຕິສົງຄາມປະຫວັດສາດ ແລະສູ້ຢັນຜ່ານການພົບປະສຸດຍອດອາເມລິກາ-ສປປ.ເກົາຫຼີ”. ໃນຂະນະນັ້ນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຍັງມີຄວາມມຸ່ງຫວັງເຂົ້າໃນການພົບປະສຸດຍອດໃນວັນທີ 12 ມິຖຸນາ ກັບທ່ານ Kim Jong-un ແລະການເຈລະຈາລະຫວ່າງສອງຝ່າຍພວມດຳເນີນໄປດ້ວຍດີ.

 

ແປໂດຍ:​ ເກື່ອງດັ້ງ