ວັນທີ 24 ພຶດສະພາ, ເວທີປາໄສຮ່ວມມືເສດຖະກິດອ່າວພາກເໜືອເປີດກ້ວາງ ຄັ້ງທີ 10 ໄດ້ຈັດຕັ້ງຢູ່ນະຄອນ ໜານນິງ, ສປ ຈີນ. ເວທີປາໄສປີນີ້ສຸມໃສ່ປຶກສາຫາລືບັນດາເນື້ອໃນຫຼັກກ່ຽວກັບເສັ້ນທາງການຄ້າທາງບົກ ແລະທາງທະເລໃໝ່ລະຫວ່າງອາຊຽນ ແລະ ຈີນ, ເຊື່ອມຈອດພື້ນຖານໂຄງລ່າງ ແລະຂົນສົ່ງດ້ວຍຫຼາຍວິທີການ, ເຄືອຂ່າຍຮ່ວມມືບັນດານະຄອນທີ່ມີທ່າກຳປັ່ນ ອາຊຽນ-ຈີນ, ພັດທະນາແລວທາງເສດຖະກິດຈີນ-ແຫຼມອິນດູຈີນ...ເຂົ້າຮ່ວມເວທີປາໄສມີຜູ້ແທນ 500 ກວ່າຄົນ, ເຊິ່ງແມ່ນຜູ້ຕາງໜ້າຂອງລັດຖະບານ, ກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງ ຈີນ ແລະບັນດາປະເທດອາຊຽນ, ຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສາກົນ, ວິສາຫະກິດ, ນັກຮຽນຮູ້... ຄະນະຫວຽດນາມ ໂດຍທ່ານ ຫງວຽນວັນກົງ ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ນຳໜ້າເຂົ້າຮ່ວມເວທີປາໄສ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດອ່າວພາກເໜືອເປີດກ້ວາງ ຄັ້ງທີ 10. ພາບ:​ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີ ຫງວຽນວັນກົງ ແບ່ງປັນບັນດາຜົນງານພົ້ນເດັ່ນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເວົ້າລວມກໍ່ຄືກັບແຂວງ ກວາງຊີ ເວົ້າສະເພາະ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ.

ທ່ານຮອງລັດຖະມົນຕີ ຫງວຽນວັນກົງ ເນັ້ນໜັກວ່າ, ບັນດາປະເທດອາຊຽນ ແລະ ຈີນ ຄວນສືບຕໍ່ເພີ່ມທະວີການຮ່ວມມືໃນຂອບເຂດເວທີປາໄສຮ່ວມມືເສດຖະກິດອ່າວພາກເໜືອເປີດກວ້າງ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະວັດທະນາຖາວອນລວມຂອງບັນດາປະເທດສະມາຊິກ.

 

ແປໂດຍ: ກວຽດເຕີມ