ຕາມການປະກາດເບື້ອງຕົ້ນຂອງລັດຖະບານ ກູບາ, ມີຍອດຈຳນວນຜູ້ໂດຍສານທັງໝົດ 105  ຄົນ ແລະຈຸບິນ 5 ຄົນໃນຖ້ຽວບິນ CU972 ຂອງບໍລິສັດການບິນ Cubana de Aviacion ຕົກໃນເວລາ 12 ໂມງ 08 ນາທີ, ວັນທີ 18 ພຶດສະພາ (ຕາມເວລາທ້ອງຖິ່ນ) ພາຍຫຼັງບິນຂຶ້ນຈາກສະໜາມບິນ Jose Marti ຢູ່ນະຄອນຫຼວງ La Habana, ມີພຽງ 3 ຄົນເທົ່ານັ້ນທີ່ລອດຊີວິດ ແລະລ້ວນແຕ່ພວມຢູ່ໃນອາການອັນຕະລາຍ.

leftcenterrightdel
ທ່ານປະທານປະເທດ ກູບາ Miguel Diaz –Canel (ຜູ້ທີ 2, ຈາກເບື້ອງຂວາ) ລົງກວດກາສະພາບການຢູ່ສະຖານທີ່ເກີດເຫດເຮືອບິນຕົກ ແລະຊີ້ນໍາວຽກງານກູ້ໄພກູ້ຊີບ. ພາບ: ສໍານັກຂ່າວສານຫວຽດນາມ.

ຜູ້ປະສົບເຄາະຮ້າຍທີ່ລອດຊີວິດທັງ 3 ຄົນ ແລະພວມໄດ້ປິ່ນປົວຢູ່ໂຮງໝໍລ້ວນແຕ່ແມ່ນແມ່ຍິງ. ໃນຈຳນວນຜູ້ໂດຍສານ 105  ຄົນຂອງຖ້ຽວບິນ, ມີເດັກນ້ອຍ 5 ຄົນ. ບໍລິສັດການບິນ Cubana de Aviacion ກໍ່ໃຫ້ຮູ້ວ່າ ຜູ້ໂດຍສານສ່ວນຫຼາຍແມ່ນພົນລະເມືອງ ກູບາ, ມີພຽງຜູ້ໂດຍສານຕ່າງປະເທດປະມານ 5 ຄົນພ້ອມກັບຈຸບິນ.

leftcenterrightdel
ກໍາລັງທີ່ກ່ຽວຂ້ອງປະຖົມພະຍາບານໃຫ້ບັນດາຜູ້ປະສົບເຄາະຮ້າຍ. ພາບ: ສໍານັກຂ່າວສານຫວຽດ ນາມ.

ພາຍຫຼັງເກີດອຸບັດຕິເຫດ, ທ່ານປະທານ ກູບາ Miguel Diaz –Canel ໄດ້ມີໜ້າຢູ່ສະຖານທີ່ເກີດເຫດ ແລະບັນຊາວຽກງານກູ້ໄພກູ້ຊີບໂດຍກົງ, ໃນຂະນະນັ້ນ, ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo ກໍ່ໄດ້ໄປເຖິງໂຮງໝໍເພື່ອຢ້ຽມຢາມຖາມຂ່າວບັນດາຜູ້ປະສົບເຄາະຮ້າຍ ແລະແບ່ງຄວາມເສົ້າສະຫຼົດໃຈ, ລະດົມກໍາລັງໃຈກັບຍາດຕິພີ່ນ້ອງ.

ປະຈຸບັນບັນດາອົງການທີ່ກ່ຽວຂ້ອງຂອງ ກູບາ ໄດ້ເລີ່ມຕົ້ນດໍາເນີນການສືບສວນສອບສວນສາຍເຫດເກີດອຸບັດຕິເຫດເຮືອບິນຕົກ.

ແປໂດຍ: ເຈິ່ນຮວ່ຽນ