ວັນທີ 17 ພຶດສະພາ (ຕາມເວລາອາເມລິກາ), ທີ່ສໍານັກງານສະຫະປະຊາຊາດ ຢູ່ນະຄອນ ນິວຢອກ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສົ່ງສຳເນົາເອກະສານໃຫ້ສັດຕະຍາບັນສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ ໃຫ້ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ. ຄືແນວນັ້ນ, ຫວຽດນາມ ແມ່ນປະເທດທີ 10 ທີ່ໃຫ້ສັດຕະຍາບັນສົນທິສັນຍາ. ມາຮອດປະຈຸບັນ, ສົນທິສັນຍາສະບັບນີ້ມີ 58 ປະເທດໄດ້ລົງນາມ, ມີ 10 ປະເທດໃຫ້ສັດຕະຍາບັນ ແລະຈະມີຜົນສັກສິດເມື່ອ 50 ປະເທດໄດ້ໃຫ້ສັດຕະຍາບັນ.

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 22 ກັນຍາ 2017, ໃນຂອບເຂດວາລະປະຊຸມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 72, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ລົງນາມໃນສົນທິສັນຍາສະບັບນີ້. ເລື່ອງ ລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ເພື່ອສັນຕິພາບ, ສະໜັບສະໜູນການຫຼຸດຜ່ອນອາວຸດນິວເຄຼຍໃນທົ່ວໂລກ.

ສົນທິສັນຍາເກືອດຫ້າມອາວຸດນິວເຄຼຍ ມີຄວາມໝາຍປະຫວັດສາດສໍາຄັນເພາະວ່າເປັນເທື່ອທໍາອິດທີ່ມີສົນທິສັນຍາສາກົນທີ່ມີຂໍ້ກຳນົດເກືອດຫ້າມຢ່າງຮອບດ້ານໃນການພັດທະນາ, ການທົດລອງ, ການຜະລິດ, ການປະດິດ, ນໍາໃຊ້ ຫຼືນາບຂູ່ນໍາໃຊ້ອາວຸດນິວເຄຼຍ.

 

ແປໂດຍ: ເຈິ່ນຮວ່ຽນ