leftcenterrightdel
ທ່ານປະທານາທິບໍດີ ອີຣານ Hassan Rouhani. ພາບ: ສໍານັກຂ່າວສານຫວຽດນາມ. 

ວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຢັ້ງຢືນຄືນໃໝ່ວ່າ ຖ້າຫາກວ່າຜົນປະໂຫຍດຂອງປະເທດໄດ້ຮັບການປົກປ້ອງນັ້ນ, ເຕເຮຣານ ຍັງຄົງຮັກສາຄຳໝັ້ນສັນຍາສຳລັບຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ເຊິ່ງປະເທດນີ້ລົງນາມເມື່ອປີ 2015 ກັບກຸ່ມ P5+1 (ເຊິ່ງລວມມີ: 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ແມ່ນ: ອັງກິດ, ຈີນ, ຝລັ່ງ, ລັດເຊຍ ແລະອາເມລິກາ, ພ້ອມກັບ ເຢຍລະມັນ). ໃນຖະແຫຼງການທີ່ໄດ້ຍົກອອກມາໃນຊ່ອງໂທລະພາບແຫ່ງຊາດ, ທ່ານ Rouhani ເນັ້ນໜັກວ່າ: ຄຳຕັດສິນຂອງ ອາເມລິກາ ຖອນຕົວອອກຈາກ JCPOA ແມ່ນ “ການກະທຳລະເມີດຄຸນສົມບັດ ແລະໄປຝືນກັບບັນດາຂໍ້ກຳນົດສາກົນ”. ກ່າວຄຳເຫັນໃນການພົບປະກັບທ່ານປະທານາທິບໍດີ ສີລັງກາ Maithripala Sisirena ພວມຢູ່ຢ້ຽມຢາມ ອີຣານນັ້ນ, ທ່ານ Rouhani ຊີ້ແຈ້ງວ່າ: ຖ້າຫາກ 5 ປະເທດທີ່ຍັງເຂົ້າຮ່ວມ JCPOA ສືບຕໍ່ປະຕິບັດຂໍ້ຕົກລົງນີ້, ອີຣານ ກໍ່ຍັງຮັກສາຄຳໝັ້ນສັນຍາຂອງຕົນໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ ຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງນີ້.

 

ແຫຼ່ງຄັດຈາກ: vovworld