leftcenterrightdel
ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad (ຢູ່ກາງ). ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍແມ່ນປະເທດການຄ້າ, ມາເລເຊຍ ຈະຮັກສາການພົວພັນອັນດີງາມກັບປະຊາຄົມສາກົນ ບໍ່ພ້ອມພຸ້ນພ້ອມພີ້ບໍ່ວ່າປະເທດໃດ ຫຼື ແຊກແຊງເຂົ້າໃນວຽກງານພາຍໃນຂອງປະເທດອື່ນ. ທ່ານ Mohamad ຊີ້ແຈ້ງວ່າ: ການຄ້າແມ່ນຂົງເຂດສຳຄັນ ແລະ ມາເລເຊຍ ຈະມານະພະຍາຍາມ ເພື່ອຮັບປະກັນຕະຫລາດໃຫ້ກ້ວາງໃຫຍ່ທີ່ສຸດ ແລະກໍ່ຕາມການນຳ ມາເລເຊຍ ແລ້ວ, ປະເທດນີ້ຈະຮັກສາທີ່ຕັ້ງເປັນກາງ ແລະຈະບໍ່ເຂົ້າຮ່ວມເຂົ້າໃນບໍ່ວ່າການກະທຳໃດໆ ຂອງບັນດາປະເທດມະຫາອຳນາດ ແນໃສ່ຈັດວາງບັນດາຄຳສັ່ງລົງໂທດຕ້ານຄືນປະເທດອື່ນ ຍ້ອນມີຄວາມບໍ່ລົງລອຍກັນກ່ຽວກັບດ້ານທັດສະນະ. ທ່ານຍັງເນັ້ນໜັກວ່າ ມາເລເຊຍ ເອົາໃຈໃສ່ເປັນພິເສດເຖິງການສ້າງຕັ້ງບັນດາການພົວພັນກັບບັນດາປະເທດອື່ນໃນໂລກ.

 

ແຫຼ່ງຄັດຈາກ: vovworld