leftcenterrightdel
ການນຳ ສປປ.ເກົາຫຼີ Kim Jong Un ແລະທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລກປ່ຽນຖະແຫຼງການຮ່ວມປາມມຸນຈອມ ເມື່ອວັນທີ 27 ເມສາ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນບົດວິຈານກ່ຽວກັບຖະແຫຼງການຮ່ວມປານມູນຈອມ, ທີ່ການນຳສປປ.ເກົາຫຼີ Kim Jong Un ແລະທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຫາກໍ່ໄດ້ລົງນາມເມື່ອວັນທີ 27 ເມສາຜ່ານມາ, ໜັງສືພິມ Rodong Sinmun ຢືນຢັນວ່າ “ການຮັກສາຫຼັກການເອກະລາດແຫ່ງຊາດສວມບົດບາດສຳຄັນຍິ່ງສຳລັບແງ່ຫວັງຂອງການພົວພັນລະຫວ່າງ ສປປ.ເກົາຫຼີ ແລະສ.ເກົາຫຼີ”. ໜັງສືພິມດັ່ງກ່າວ ຊີ້ແຈ້ງວ່າ: “ກ່ຽວກັບເນື້ອແທ້, ການທ້ອນໂຮມປະເທດຊາດເປັນເອກະພາບແມ່ນການເຊື່ອມຕໍ່ຄືນເລືອດເນື້ອເຊື້ອສາຍ ແລະບັນຫາທ້ອນໂຮມປະເທດຊາດເປັນເອກະພາບຄືນໃໝ່ຈະບໍ່ໄດ້ຮັບການແກ້ໄຂຖ້າຫາກວ່າມີຝ່າຍໜຶ່ງຍັງຂຶ້ນກັບບັນດາປະເທດພາຍນອກ”.

 

ແຫຼ່ງຄັດຈາກ vovworld.vn