ຕາມ KCNA ແລ້ວ, ວັນທີ 1 ພຶດສະພາ, ທ່ານ Choe Ryong-hae ຮອງປະທານຄະນະບໍລິຫານງານສູນກາງພັກແຮງງານ ແລະທ່ານ Park Pong-ju ນາຍົກລັດຖະມົນຕີ ສປປ. ເກົາຫຼີ ໄດ້ເປັນປະທານຮ່ວມກອງປະຊຸມທີ່ດຳເນີນຢູ່ ພຽງຢາງ.

leftcenterrightdel
ທ່ານ Kim Jong-un ການນໍາ ສປປ. ເກົາຫຼີ. ພາບ: Yonhap.

KCNA ໃຫ້ຮູ້ວ່າ, “ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຂອງໂຄງການດຳເນີນງານທີ່ມຸ່ງໄປເຖິງເລື່ອງປະຕິບັດການຊາບຊຶມເພື່ອໃຫ້ແນວທາງຍຸດທະສາດໃໝ່ໂດຍກອງປະຊຸມຄົບຄະນະ ຄະນະບໍລິຫານງານສູນກາງພັກໄດ້ວາງອອກໃນເດືອນເມສາ 2018, ເພື່ອແນໃສ່ຊຸກຍູ້ການຫັນປ່ຽນທີ່ມີລັກສະນະປະຕິວັດໃນບັນດາໂຄງການວິທະຍາສາດ ແລະການສຶກສາ”.

ໃນເຫດການທີ່ກ່ຽວຂ້ອງ, ກອງທັບປະຊາຊົນ ສ.ເກົາຫຼີ ກໍ່ມີແຜນການອະນຸຍາດໃຫ້ວົງການສື່ມວນຊົນຕິດຕາມເພື່ອໃຫ້ຂ່າວກ່ຽວກັບການເລີ່ມເຄື່ອນໄຫວຍົກເລີກລະບົບໂທລະໂຄ່ງຢູ່ເຂດຊາຍແດນ Paju, ແຂວງ Gyeonggi ໃນຕອນບ່າຍວັນທີ 1 ພຶດສະພາ.

 

ແປໂດຍ: ເກື່ອງດັ້ງ