ສຳນັກຂ່າວສານ Amaq ຂອງ IS ແຈ້ງວ່າບັ້ນບຸກໂຈມຕີ “ຕາຍເພື່ອສາສະໜາ” ໄດ້ຮັບການປະຕິບັດດ້ວຍເສື້ອໃສ່ລະເບີດຜືນໜຶ່ງທີ່ແນໃສ່ກຸ່ມຄົນນິກາຍ Shi'ite ພວມເຕົ້າໂຮມໃນໂອກາດບຸນ Nawruz ຢູ່ນະຄອນຫຼວງ Kabul.

leftcenterrightdel
ຕໍາຫຼວດເຮັດໜ້າທີ່ຢູ່ບ່ອນເກີດເຫດວາງລະເບີດ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ໂຄສົກກະຊວງພາຍໃນ Afghanistan ໃຫ້ຮູ້ວ່າເປົ້າໝາຍຈຳນວນໜຶ່ງໄດ້ດຳເນີນເຫດວາງລະເບີດສະຫຼະຊີບຢູ່ໃກ້ກັບວິຫານສາສະໜາອິດສະລາມ Shi'ite ຢູ່ທິດຕາເວັນຕົກ Kabul. ບັນດາຄົນຖືກບາດເຈັບໄດ້ສົ່ງເຂົ້າໂຮງໝໍເພື່ອປິ່ນປົວ. ໃນຂະນະນັ້ນ, ສື່ມວນຊົນທ້ອງຖິ່ນໃຫ້ຂ່າວວ່າເຫດວາງລະເບີດສະຫຼະຊີບເກີດຂຶ້ນຢູ່ມະຫາວິທະຍາໄລ Kabul.

ເຫດບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 26 ຄົນ ແລະຜູ້ຖືກບາດເຈັບ 18  ຄົນ. ເຫດການນີ້ກໍ່ຂຶ້ນເມື່ອປະຊາຊົນ Afghanistan ພວມຈັດຕັ້ງງານບຸນລະດູບານໃໝ່ Nawroz. ງານບຸນ Nawroz ໄດ້ຈັດຕັ້ງໃນວັນທີ 21 ມີນາ ປະຈໍາປີ ເພື່ອເປັນຂີດໝາຍຈຸດເວລາເລີ່ມຕົ້ນປີໃໝ່ຢູ່ບັນດາປະເທດອີຣັກ, ຊີຣີ, ອີຣານ...

 

ແປໂດຍ: ເກື່ອງດັ້ງ