ເລື່ອງເນລະເທດນີ້ເປັນໝາກຜົນຂອງການໂຕ້ຖຽງກັນທາງການທູດທີ່ກ່ຽວຂ້ອງເຖິງອະດີດນັກສືບຂ່າວ ລັດເຊຍ Sergei Skripal ແລະລູກສາວຂອງເພິ່ນ ຖືກວາງຢາເບື່ອໃນວັນທີ 4 ມີນາ ຢູ່ນະຄອນ Salisbury ຂອງ ອັງກິດ.  ທ່ານ Skripal ແລະລູກສາວໄດ້ຊອກເຫັນໃນສະພາບໝົດສະຕິຢູ່ເທິງຕັ່ງໜ່ວຍໜຶ່ງຢູ່ສູນການຄ້າ. ປັດຈຸບັນທັງສອງຄົນກໍາລັງປິ່ນປົວຢູ່ໂຮງໝໍ ແລະໃນສະພາບທີ່ອັນຕະລາຍ.

leftcenterrightdel
ນັກການທູດລັດເຊຍ ແລະຄອບຄົວອອກຈາກສະຖານທູດ ລັດເຊຍ ຢູ່ນະຄອນ ລອນດອນ, ອັງກິດ ໃນວັນທີ 20 ມີນາ. ພາບ: ສໍານັກຂ່າວສານຫວຽດນາມ.

ອໍານາດການປົກຄອງ ອັງກິດ ກ່າວຫາ ລັດເຊຍ ມີສ່ວນກ່ຽວຂ້ອງເຖິງກໍລະນີວາງຢາເບື່ອ ແລະວັນທີ 14 ມີນາ ທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ ໄດ້ປະກາດເນລະເທດນັກການທູດ ລັດເຊຍ 23 ຄົນອອກຈາກປະເທດ ແລະຢຸດຕິການພົບປະຂັ້ນສູງລະຫວ່າງສອງປະເທດ.

ຝ່າຍ ລັດເຊຍ ໄດ້ປະຕິເສດບັນດາຂໍ້ກ່າວຫາຂອງອັງກິດ, ພ້ອມທັງຮຽກຮ້ອງໃຫ້ຝ່າຍ ອັງກິດ ຕ້ອງຍົກອອກຫຼັກຖານ ຫຼື ຂໍອະໄພ ມົດສະກູ. ວັນທີ 17 ມີນາ ກະຊວງການຕ່າງປະເທດ ລັດເຊຍ ກໍ່ປະກາດເນລະເທດນັກການທູດ ອັງກິດ ຈໍານວນ 23 ຄົນ ຢູ່ ລັດເຊຍ ອອກຈາກປະເທດປຽບເໝືອນມາດຕະການຕອບໂຕ້ທາງການທູດຕໍ່ກັບ ລອນດອນ.

 

ແປໂດຍ: ຮວ່າງເຈື່ອງ