ໃນເດືອນ ມັງກອນ, ສອງປະເທດໄດ້ເຫັນດີເປັນເອກະສັນໂຈະແຜນການຊ້ອມຮົບໄວ້ 1 ເດືອນເພື່ອແນໃສ່ຮັບປະກັນໂອລິມປິກ ແຫ່ງສັນຕິພາບ ແລະ ສປປ ເກົາຫຼີ ແລະສ.ເກົາຫຼີ ດຳເນີນການພົບປະເຈລະຈາຢ່າງເປັນທາງການພາຍຫຼັງກວ່າ 2 ປີ.

leftcenterrightdel
ສ.ເກົາຫຼີ ແລະ ອາເມລິກາ ດຳເນີນການຊ້ອມຮົບຮ່ວມປີ 2017. ພາບ: AFP.

ຕາມປົກກະຕິ, ບັ້ນຊ້ອມຮົບຈະມີການເຂົ້າຮ່ວມຂອງທະຫານ ອາເມລິກາ 17.000 ຄົນ ແລະທະຫານ ສ.ເກົາຫຼີ ກວ່າ 300.000 ຄົນ. ວົງການເຈົ້າໜ້າທີ່ ສ.ເກົາຫຼີ ໃຫ້ຮູ້ວ່າບັ້ນຊ້ອມຮົບປີນີ້ຈະດຳເນີນໃນຂອບຂະໜາດຄ້າຍຄືກັນ, ແຕ່ບໍ່ມີຍຸດໂທປະກອນຍຸດທະສາດຂອງ ອາເມລິກາ ຄື ກຳປັ່ນສະໜາມບິນໃຊ້ພະລັງງານນິວເຄຼຍ ຫຼື ເຮືອບິນຖິ້ມລະເບີດ B-1B.

ສປປ ເກົາຫຼີ ເອີ້ນບັນດາບັ້ນຊ້ອມຮົບດັ່ງກ່າວແມ່ນບັ້ນ “ຝຶກຊ້ອມໃຫ້ແກ່ສົງຄາມ” ແລະນາບຂູ່ວ່າຈະມີມາດຕະການຕອບໂຕ້ ອາເມລິກາ ຖ້າຫາກວ່າ ອາເມລິກາ ຈັດຕັ້ງການຊ້ອມຮົບຮ່ວມກັບ ສ.ເກົາຫຼີ.

 

ແປໂດຍ: ຮຸຍດົງ