ຄືແນວນັ້ນ, ມາຮອດຈຸດເວລານີ້, ທ່ານ Vladimir Putin ແນ່ນອນວ່າກາຍເປັນປະທານາທິບໍດີລັດເຊຍ ອາຍຸການ 2018-2024 ແລະເປັນຄັ້ງທີ 4 ທີ່ທ່ານໄດ້ຮັກສາຕຳແໜ່ງເປັນຜູ້ນໍາຂອງລັດເຊຍ.

ພາຍຫຼັງຮູ້ຂ່າວກ່ຽວກັບໝາກຜົນຂອງການເລືອກຕັ້ງ, ທ່ານປະທານາທິບໍດີ  Vladimir Putin ໄດ້ປະກາດແຜນການປັບປຸງການຈັດຕັ້ງຄະນະລັດຖະບານສໍາຄັນພາຍຫຼັງທ່ານໄດ້ຮັບເລືອກຕັ້ງ.

leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ພາບ: RIAN.

ທ່ານປະທານາທິບໍດີ  Vladimir Putin  ຖະແຫຼງຕໍ່ສື່ມວນຊົນວ່າ: “ທຸກລັດຖະບານຄວນໄດ້ຮັບການປັບປຸງເມື່ອກ້າວເຂົ້າອາຍຸການໃໝ່. ສະນັ້ນ, ຂ້າພະເຈົ້າພວມຊັ່ງຊາບັນດາວຽກງານຄວນເຮັດ ແລະຈະເຮັດໃນອະນາຄົດ. ທຸກວຽກງານຈະໄດ້ຮັບການປະຕິບັດພາຍຫຼັງທີ່ຂ້າພະເຈົ້າຮັບດຳລົງຕໍາແໜ່ງຢ່າງເປັນທາງການ”.

ປັດຈຸບັນ, ວຽກງານກວດນັບບັດເລືອກຕັ້ງພວມໄດ້ດໍາເນີນ ແລະໝາກຜົນຂອງການເລືອກຕັ້ງປະທານາທິບໍດີລັດເຊຍ ຈະໄດ້ປະກາດຢ່າງເປັນທາງການໃນວັນທີ 29 ມີນາ. ຖ້າວ່າທຸກວຽກງານດໍາເນີນຖືກຕ້ອງກັບການຄາດຄະເນ, ທ່ານ Vladimir Putin ຈະຮັບດຳລົງຕໍາແໜ່ງເປັນປະທານາທິບໍດີລັດເຊຍ ຢ່າງເປັນທາງການໃນວັນທີ 7 ພຶດສະພາ.

 

ແປໂດຍ: ທູຈາງ