ຕາມສຳນັກຂ່າວສານ TASS ຂອງ ລັດເຊຍ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຮຽກທ່ານ Laure Bristow ເອກອັກຄະລັກຖະທູດ ອັງກິດ ປະຈໍາ ລັດເຊຍ ມາເພື່ອປະກາດຂໍ້ຕົກລົງດັ່ງກ່າວ.  ຝ່າຍ ລັດເຊຍ ຮຽກຮ້ອງນັກການທູດອັງກິດ 23 ຄົນ ຕ້ອງອອກຈາກປະເທດ ລັດເຊຍ ໃນໄລຍະເວລາ 1 ອາທິດ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດສະຫະພັນລັດເຊຍ Sergey Lavrov. ພາບ: Reuters.

ກ່ອນໜ້ານັ້ນ, ລັດເຊຍ ໄດ້ກ່າວເຕືອນຈະມີມາດຕະການຕອບໂຕຢ່າງວ່ອງໄວພາຍຫຼັງທ່ານນາງ Theresa May  ນາຍົກລັດຖະມົນຕີ ອັງກິດ ຖະແຫຼງວ່າ ລອນດອນ ຢຸດຕິການເຄື່ອນໄຫວພົບປະທາງການທູດຂັ້ນສູງກັບ ລັດເຊຍ ແລະຖອນຄືນຄໍາເຊີນທ່ານລັດຖະມົນຕີການຕ່າງປະເທດສະຫະພັນ ລັດເຊຍ Sergey Lavrov ມາຢ້ຽມຢາມ ອັງກິດ, ພ້ອມທັງເນລະເທດນັກການທູດລັດເຊຍ 23 ຄົນ ປະຈໍາ ອັງກິດ.

ວົງການເຈົ້າໜ້າທີ່ ອັງກິດ ກ່າວຫາ ລັດເຊຍ ຢືນຫຼັງກໍລະນີວາງຢາເບື່ອນັກສືບຂ່າວສອງຝ່າຍຊາວ ລັດເຊຍ Sergei Skripal, ເຖິງວ່າບໍ່ຍົກອອກຫຼັກຖານໃດ. ລັດເຊຍ ຢືນຢັນວ່າບໍ່ກ່ຽວຂ້ອງເຖິງກໍລະນີດັ່ງກ່າວ, ພ້ອມທັງສະເໜີສົມທົບກັນສືບສວນກັບອັງກິດ, ແຕ່ບໍ່ໄດ້ຮັບຄຳຕອບຈາກ ລອນດອນ.

 

ແປໂດຍ: ເຈິ່ນຮວ່ຽນ