ກ່ອນໜ້ານັ້ນ, ລັດຖະສະພາອົງການປ້ອງກັນຄວາມສະຫງົບ ແລະຮ່ວມມືເອີລົບ (OSCE) ໄດ້ຮຽກຮ້ອງດໍາເນີນການສືບສວນໃຫ້ “ກະຈ່າງແຈ້ງ ແລະເປັນໜ້າໄວ້ເນື້ອເຊື່ອໃຈ” ກ່ຽວກັບກໍລະນີການວາງຢາເບື່ອນັກສືບຂ່າວສອງຝ່າຍຊາວລັດເຊຍ Sergei Skripal.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດສະຫະພັນລັດເຊຍ Sergey Lavrov ໃນການປະຊຸມປຶກສາຫາລືກ່ຽວກັບບັນຫາ ຊີຣິ. ພາບ: REUTERS.

ໃນຂະນະນັ້ນ, ທ່ານ Alexander Sulghin ຜູ້ຕາງໜ້າປະຈໍາການ ລັດເຊຍ ຢູ່ອົງການຫ້າມອາວຸດເຄມີໃຫ້ຮູ້ວ່າ ຕົນເອງບໍ່ເຊື່ອຕໍ່ການກ່າວຫາພຽງລຳພັງຝ່າຍດຽວຂອງຝ່າຍອັງກິດ ກ່ຽວກັບກໍລະນີການວາງຢາພິດທ່ານ Sergei Skripal ຍ້ອນວ່າໃນອະດີດທ່ານອະດີດນາຍົກລັດຖະມົນຕີອັງກິດ Tony Blair ເຄີຍຮັບສາລະພາບວ່າ ທ່ານຕັ້ງໃຈຫຼອກລວງຫາງສຽງອັງກິດ ເພື່ອແຊກແຊງການທະຫານເຂົ້າ ອີຣັກ. ທ່ານ Sulghin ສະແດງຄວາມຫວັງວ່າກໍລະນີການວາງຢາເບື່ອທ່ານ Sergei Skripal ຈະໄດ້ແກ້ໄຂໃນຂອບເຂດຂອງສົນທິສັນຍາຫ້າມອາວຸດເຄມີ.

ແປໂດຍ: ຫງວຽນກຸກ