ວັນທີ 14 ມີນາ, ສະພາແຫ່ງຊາດເຢັຍລະມັນ ໄດ້ປ່ອນບັດຮັບຮອງເອົາສະມາຊິກລັດຖະບານໃໝ່ຂອງປະເທດນີ້, ຕາມນັ້ນແລ້ວທ່ານນາງ A.Merkel ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນນາຍົກລັດຖະມົນຕີ ອາຍຸການທີ 4.

leftcenterrightdel
ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢັຍລະມັນ ໃນການປະຊຸມຂ່າວຢູ່ Berlin ວັນທີ 12 ມີນາ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການປ່ອນບັດເລືອກຕັ້ງຢູ່ສະພາແຫ່ງຊາດເຢັຍລະມັນ, ທ່ານນາງ A.Merkel ໄດ້ຮັບບັດສະໜັບສະໜູນ 364 ບັດໃນຍອດຈຳນວນສະມາຊິກລັດຖະສະພາ 709 ຄົນ. ມີບັດຂາວ 9  ບັດໃນການປ່ອນບັດເລືອກຕັ້ງ.

ລັດຖະບານໃໝ່ຂອງເຢັຍລະມັນ ລວມມີສະມາຊິກ 17 ຄົນ, ໂດຍທ່ານນາງ A.Merkel ນາຍົກລັດຖະມົນຕີ ເຢັຍລະມັນ ນໍາໜ້າ. ນີ້ແມ່ນອາຍຸການເປັນນາຍົກລັດຖະມົນຕີ ທີ 4 ຢ່າງລຽນຕິດຂອງທ່ານນາງ Merkel. 

 

ແປໂດຍ: ຫງວຽນກຸກ