ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ພັນຕີ Gerry Besana ໃຫ້ຮູ້ວ່າການປະທະກັນລະຫວ່າງກອງທັບ ຟີລິບປິນ ແລະພວກກະບົດເກີດຂຶ້ນແຕ່ວັນທີ 8 ມີນາ ຫວ່າງແລ້ວນີ້ ແລະໃນປັດຈຸບັນຍັງສືບຕໍ່ຢູ່. ຕາມແຫຼ່ງຂ່າວຈາກອົງການສືບຂ່າວ, ມາຮອດປັດຈຸບັນ, ຢ່າງໜ້ອຍສຸດພວກກະບົດມີ 44 ຄົນຖືກດັບສູນ ແລະຖືກບາດເຈັບ 26 ຄົນ.

leftcenterrightdel
ນາຍທະຫານກອງທັບ ຟີລິບປິນ. ແຫຼ່ງຈາກ: AFP/ສໍານັກຂ່າວສານຫວຽດນາມ. 

ກ່ອນໜ້ານັ້ນ, ວັນທີ 9 ມີນາ, ກອງທັບ ຟີລິບປິນ ໃຫ້ຮູ້ວ່າໄດ້ດັບສູນພວກກະບົດຢ່າງໜ້ອຍສຸດ 12 ຄົນໃນການປະທະກັນອັນດຸເດືອດຄັ້ງຕ່າງໆລະຫວ່າງກອງທັບ ແລະພວກກະບົດ BIFF ປະມານ 50 ຄົນທີ່ເກີດຂຶ້ນໃນຕອນເຊົ້າວັນທີ 8 ມີນາ ຢູ່ບ້ານ Salbu ໃຕ້, ເທດສະບານເມືອງ Date Saudi Ampatuan, ແຂວງ Magunindanao, ພາກໃຕ້ ຟີລິບປິນ.

ຫຼັງຈາກນັ້ນ, ການປະທະກັນໄດ້ຂະຫຍາຍອອກຢ່າງກວ້າງຂວາງເຖິງບັນດາບ້ານແມ່ນ Datu Saudi ແລະ Datu Unsay, ພວກກະບົດຂອງກຸ່ມ BIFF ໄດ້ເພີ່ມຂຶ້ນ 100 ຄົນ, ເຮັດໃຫ້ກອງທັບ ຟີລິບປິນ ຕ້ອງລະດົມທະຫານຊ່ວຍໜູນຕື່ມອີກ.

ນັບແຕ່ເດືອນ ສິງຫາ ປີກາຍ, ກອງທັບ ຟີລິບປິນ ໄດ້ສົມທົບກັບກໍາລັງແນວໂຮມປົດປ່ອຍສາສະໜາ ອິດສະລາມ Moro (MILF) ຍູ້ແຮງບັນດາບັ້ນບຸກໂຈມຕີໃສ່ BIFF. ປີ 2014, MILF ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບກັບລັດຖະບານ ຟີລິບປິນ, ໃນຂະນະນັ້ນ BIFF - ກຸ່ມກະບົດໜຶ່ງປະມານ 200-300 ຄົນ, ເຊິ່ງແມ່ນກຸ່ມໜຶ່ງໄດ້ແຍກອອກຈາກ BIFF - ປະຕິເສດຂໍ້ຕົກລົງນີ້. ກອງທັບ ຟີລິບປິນ ຈົດຊື່ BIFF ເຂົ້າບັນຊີລາຍຊື່ບັນດາອົງການກໍ່ການຮ້າຍ. ກໍ່ເຊັ່ນດຽວກັບ Abu Sayyaf ແລະກຸ່ມ Maute, BIFF ໄດ້ອອກຖະແຫຼງການຈົງຮັກພັກດີກັບອົງການກໍ່ການຮ້າຍ, “ລັດອິດສະລາມ” IS.

 

ແປໂດຍ: ດັ້ງເກື່ອງ