ຫວຽດນາມ ສະໜັບສະໜູນບັນດາກົນໄກ ທີ່ນໍາມາເຊິ່ງເງື່ອນໄຂສະດວກກວ່າໃຫ້ແກ່ກະແສການຄ້າ

ເມື່ອແລກປ່ຽນກັບສື່ມວນຊົນຢູ່ນອກເຫດການ, ທ່ານ ເຈີ່ນກ໋ວກແຄ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ໃຫ້ຮູ້ວ່າ, ເລື່ອງ 11  ປະທດ ທີ່ຍັງເຫຼືອໃນ CPTPP ໄດ້ເຫັນດີໂຈະໄວ້ຊົ່ວຄາວປະມານ 20 ມາດຕາຂອງ TPP  ເຊິ່ງໄດ້ສ້າງຄວາມແຕກຕ່າງກັນໃຫຍ່ສຸດລະຫວ່າງສອງສັນຍາ TPP ແລະ CPTPP. ຄຽງຂ້າງນັ້ນ, ບັນດາປະເທດກໍ່ມີບາງຂໍ້ຕົກລົງສອງຝ່າຍນຳກັນ ເພື່ອຮັບປະກັນຄວາມດຸນດ່ຽງໃໝ່ລະຫວ່າງສິດຜົນປະໂຫຍດ ແລະພັນທະ ເມື່ອເຂົ້າຮ່ວມ CPTPP.

ເມື່ອເຕື້ອງເຖິງບົດບາດຂອງຫວຽດນາມໃນເລື່ອງ “ຟື້ນຟູຄືນໃໝ່” ສັນຍາ TPP, ທ່ານຮອງລັດຖະມົນຕີ ເຈີ່ນກ໋ວກແຄ໋ງ ເນັ້ນໜັກວ່າ, ຫວຽດນາມ ໄດ້ເຮັດທຸກສິ່ງທຸກຢ່າງທີ່ມີຜົນປະໂຫຍດໃຫ້ແກ່ປະເທດຊາດ. ໂດຍແມ່ນພື້ນຖານເສດຖະກິດ “ເປີດ”, ສະນັ້ນ, ຫວຽດນາມ ສະໜັບສະໜູນບັນດາກົນໄກທີ່ສາມາດນໍາມາເງື່ອນໄຂສະດວກກວ່າໃຫ້ແກ່ກະແສການຄ້າລະຫວ່າງຫວຽດນາມ ກັບບັນດາປະເທດ ກໍ່ຄືລະຫວ່າງບັນດາປະເທດນຳກັນ. ນີ້ແມ່ນທັດສະນະ “ສະເໝີຕົ້ນສະເໝີປາຍ” ຂອງຫວຽດນາມ.

CPTPP ຈະນໍາມາເຊິ່ງຜົນປະໂຫຍດດ້ານເສດຖະກິດອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ

ພາຍຫຼັງ ຫວຽດນາມ ແລະ 10 ປະເທດ ຫາກໍ່ລົງນາມໃນສັນຍາ CPTPP, ວັນທີ 9 ມີນາ, ທະນາຄານໂລກ (WB)  ໄດ້ປະກາດບົດລາຍງານຫຼ້າສຸດ “ການກະທົບດ້ານເສດຖະກິດ ແລະການແບ່ງປັນລາຍຮັບຂອງ CPTPP: ກໍລະນີຂອງຫວຽດນາມ”, ໃນນັ້ນເນັ້ນໜັກວ່າ, CPTPP ຈະສ້າງຜົນປະໂຫຍດດ້ານເສດຖະກິດອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ.

leftcenterrightdel
ລັດຖະມົນຕີອຸດສາຫະກໍາ ແລະການຄ້າ 11 ປະເທດລົງນາມໃນສັນຍາ CPTPP ແລະທ່ານນາງ Michelle Bachelet  ປະທານາທິບໍດີ ຈີເລ (ຢູ່ກາງ) ທີ່ພິທີລົງນາມໃນສັນຍາ CPTPP. ພາບ: Kyodo.

ຕາມບົດລາຍງານຂອງ WB, ບັນດາສັນຍາການຄ້າຫຼາຍຝ່າຍ ຄື CPTPP ຈະເພີ່ມເຕີມກໍາລັງໜູນໃຫ້ແກ່ຮູບແບບເຕີບໂຕ ໂດຍອີງໃສ່ການລົງທຶນ ແລະສົ່ງອອກຂອງຫວຽດນາມ. “ນັບທັງອີງໃສ່ບັນດາສົມມຸດຖານ, ສັນຍາ CPTPP ຄາດຄະເນວ່າຈະປະກອບສ່ວນເພີ່ມ GDP ຂຶ້ນຕື່ມ 1,1% ໃນປີ 2030.

ຄາດຄະເນວ່າ CPTPP ຈະຊຸກຍູ້ການປະຕິຮູບໃນບັນດາຂົງເຂດຄື: ຄຸ້ມຄອງການແກ່ງແຍ້ງ, ການບໍລິການ (ການບໍລິການການເງິນ, ໂທລະຄົມມະນາຄົມ ແລະການເຂົ້າຮ່ວມຊົ່ວຄາວຂອງບັນດາຜູ້ສະໜອງການບໍລິການ), ພາສີ, ການຄ້າເອເລັກໂຕນິກ, ສະພາບແວດລ້ອມ, ຊື້ເຄື່ອງຂອງລັດຖະບານ, ຊັບສິນທາງປັນຍາ, ການລົງທຶນ, ມາດຕະຖານແຮງງານ, ນິຕິກໍາ, ການແຊກຊຶມເຂົ້າຕະຫຼາດສິນຄ້າ, ຫຼັກການແຫຼ່ງກຳເນີດ, ບັນດາມາດຕະການປອດພາສີ, ການແກ້ໄຂດ້ານການຄ້າ...

 

ແປໂດຍ: ຮວ່າງເຈື່ອງ